ລາວກາຍ ເພີ່ມທະວີການຮ່ວມມືກັບກໍາລັງຄວບຄຸມການເຂົ້າອອກເມືອງ Hekou, ຈີນ
ກປ.ອອນໄລ - ວັນທີ 27 ມີນາ, ທີ່ນະຄອນລາວກາຍ ໄດ້ດໍາເນີນກອງປະຊຸມພົບປະລະຫວ່າງ 4 ຄ້າຍທະຫານຊາຍແດນ ບາດສາດ, ດ່ານສາກົນ ລາວກາຍ, ເມືອງເຄືອງ, ຟາລອງ ກັບຄ້າຍຄວບຄຸມທະຫານຊາຍແດນກວດຄົນເຂົ້າອອກເມືອງ Hekou ຈີນ ແລະບັນດາສະຖານີຍ່ອຍທຽບເທົ່າ.
ສອງຝ່າຍໄດ້ປະຕິບັດ ແລະຮັກສາ, ປະຕິບັດເຂັ້ມງວດເນື້ອໃນຂອງເອກະສານນິຕິກໍາກ່ຽວກັບຊາຍແດນ 3 ສະບັບ ແລະບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ. ສອງຝ່າຍໄດ້ຕັ້ງໜ້າສົມທົບກັນໂຄສະນາ, ສຶກສາອົບຮົມປະຊາຊົນຢູ່ເຂດຊາຍແດນໃຫ້ເຂົ້າໃຈ, ກໍາແໜ້ນເອກະສານນິຕິກໍາກ່ຽວກັບຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນທີ່ຢູ່ສອງຟາກຊາຍແດນ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ເຂດຊາຍແດນ ແລະຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.
    |
 |
ບັນຍາກາດທີ່ກອງປະຊຸມພົບປະສອງຝ່າຍ. ພາບ: qdnd.vn |
ສອງຝ່າຍ ໄດ້ຕັ້ງໜ້າສົມທົບກັນຕໍ່ສູ້, ແກ້ໄຂຫຼາຍກໍລະນີທີ່ເກີດຂຶ້ນຢູ່ຊາຍແດນ, ດ່ານຊາຍແດນຢ່າງມີປະສິດທິຜົນ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ ແລະບັນດາການເຄື່ອນໄຫວລະເມີດກົດໝາຍຢູ່ເຂດຊາຍແດນ, ດ່ານຊາຍແດນ ຄື: ອາດຊະຍາກໍາຊື້ຂາຍ, ຂົນສົ່ງຢາເສບຕິດ, ການຄ້າມະນຸດ, ຂົນສົ່ງສິນຄ້າຜິດກົດໝາຍຂ້າມຊາຍແດນ, ດ່ານຊາຍແດນ, ຂີ້ລັກງັດແງະ, ເຂົ້າອອກເມືອງຜິດກົດໝາຍ, ປະກອບສ່ວນຮັກສາສະຖຽນລະພາບຢູ່ເຂດຊາຍແດນ.
    |
 |
ພິທີລົງນາມບົດບັນທຶກກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ ແລະປັບປຸງບັນດາກົນໄກຮ່ວມມືທີ່ໄດ້ລົງນາມ ຄື: ການພົບປະສອງຝ່າຍ; ການແລກປ່ຽນຂໍ້ມູນຂ່າວສານ; ແລກປ່ຽນນາຍທະຫານສື່ສານ; ໂທລະສັບສາຍດ່ວນ; ແກ້ໄຂບັນດາກໍລະນີສຸກເສີນທີ່ເກີດຂຶ້ນຢູ່ເຂດຊາຍແດນ; ພົບປະແລກປ່ຽນມິດຕະພາບ; ຄັດເລືອກທູດມິດຕະພາບ ຫວຽດນາມ-ຈີນ; ຮ່ວມແຮງຮ່ວມໃຈກໍ່ສ້າງດ່ານຊາຍແດນສາກົນ ລາວກາຍ (ຫວຽດນາມ) - Hekou (ຈີນ) ໃຫ້ກາຍເປັນແບບຢ່າງກ່ຽວກັບການຮ່ວມມືດ່ານຊາຍແດນ ຢູ່ເຂດຊາຍແດນທາງບົກ ຫວຽດນາມ-ຈີນ; ສົມທົບກັນໂຄສະນາ, ເຜີຍແຜ່ກົດໝາຍ ແລະບັນດາຂໍ້ກໍານົດກົດໝາຍຂອງສອງຝ່າຍແນໃສ່ຊຸກຍູ້ຄວາມສາມັກຄີມິດຕະພາບຢ່າງບໍ່ຢຸດຢັ້ງ ແລະນໍາການພົວພັນສົມທົບວຽກງານລະຫວ່າງສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.
ທີ່ກອງປະຊຸມ, ສອງຝ່າຍໄດ້ຈັດຕັ້ງການມອບນາມມະຍົດທູດມິດຕະພາບ ຫວຽດນາມ-ຈີນ ໄຕມາດທີ I ປີ 2025 ໃຫ້ 2 ສະຫາຍ, ໃນນັ້ນ 1 ສະຫາຍ ຂອງຫວຽດນາມ ແລະ 1 ສະຫາຍ ຂອງຈີນ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກກອງປະຊຸມໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຜູ້ແທນທັງສອງຝ່າຍ.
ໂດຍ: ໄຊຊະນະ