ພົນໂທ ເລຮຸຍວິ້ງ ຕ້ອນຮັບເອກອັກຄະລັດຖະທູດຢູແກຼນ
ກປ.ອອນໄລ - ຕອນບ່າຍວັນທີ 27 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເລຮຸຍວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gaman Oleksandr ເອກອັກຄະລັດຖະທູດຢູແກຼນ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນໂທ ເລຮຸຍວິ້ງ ຢືນຢັນວ່າ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງ ຢູແກຼນ ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບ. ບົນພື້ນຖານທີ່ເປັນມູນເຊື້ອນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ສອດຄ່ອງກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ຢູແກຼນ.
    |
 |
ທ່ານພົນໂທ ເລຮຸຍວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Gaman Oleksandr ເອກອັກຄະລັດຖະທູດຢູແກຼນ ປະຈໍາ ຫວຽດນາມ. ພາບ: qdnd.vn |
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານພົນໂທ ເລຮຸຍວິ້ງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ຮັກສາບັນດາເນື້ອໃນການຮ່ວມມື ຄື: ພົບປະແລກປ່ຽນຄະນະຜູ້ແທນ ແລະບຳລຸງສ້າງ. ທ່ານພົນໂທ ເລຮຸຍວິ້ງ ສະເໜີວ່າ: ໃນໄລຍະຈະມາເຖິງ, ບັນດາອົງການເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດສອງປະເທດຈະສືບຕໍ່ຄົ້ນຄວ້າກ່ຽວກັບບັນດາຂົງເຂດຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.
ທ່ານພົນໂທ ເລຮຸຍວິ້ງ ເຊື່ອໝັ້ນວ່າ ໃນຖານະເປັນເອກອັກຄະລັດຖະທູດ, ທ່ານ Gaman Oleksandr ຈະສືບຕໍ່ປະກອບສ່ວນເຂົ້າໃນການພົວພັນດ້ານປ້ອງກັນຊາດ, ສອດຄ່ອງກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມື ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
    |
 |
ທ່ານພົນໂທ ເລຮຸຍວິ້ງ ມອບຂອງທີ່ລະນຶກໃຫ້ທ່ານ Gaman Oleksandr ເອກອັກຄະລັດຖະທູດ ຢູແກຼນ. ພາບ: qdnd.vn |
ສ່ວນທ່ານ Gaman Oleksandr ກໍ່ໄດ້ຂອບອົກຂອບໃຈການນຳກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບ, ຊົມເຊີຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງງານວາງສະແດງດ້ານປ້ອງກັນຊາດສາກົນຫວຽດນາມ ປີ 2024 ສຳເລັດຜົນ. ກະຊວງປ້ອງກັນປະເທດຢູແກຼນ ກໍ່ຈັດສົ່ງວິສາຫະກິດປ້ອງກັນຊາດເຂົ້າຮ່ວມ ແລະວາງສະແດງຜະລິດຕະພັນຢູ່ງານວາງສະແດງ.
ທ່ານ Gaman Oleksandr ສະແດງຄວາມປາດຖະໜາວ່າ ກະຊວງປ້ອງກັນປະເທດຢູແກຼນ ຈະສືບຕໍ່ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມບັັນດາງານວາງສະແດງປ້ອງກັນຊາດຄັ້ງຕໍ່ໄປ ເຊິ່ງຢູ່ຈັດຕັ້ງຢູ່ຫວຽດນາມ ຢ່າງເປັນທາງການ; ຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດໃນໄລຍະຈະມາເຖິງ ຈະໄດ້ຮັບການເອົາໃຈໃສ່ ແລະຊຸກຍູ້ສອດຄ່ອງກັບຂອບເຂດການພົວພັນລະຫວ່າງ ຫວຽດນາມ-ຢູແກຼນ, ບົນພື້ນຖານການຮ່ວມມືທີ່ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໂດຍ: ທະນາພອນ