ເຂົ້າຮ່ວມການເຮັດວຽກ ມີຜູ້ຕາງໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ); ກົມອົບຮົມ-ໂຮງຮຽນ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ); ກົມປ້ອງກັນພາຍໃນກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ).

ຕ້ອນຮັບຄະນະ ມີ ທ່ານພັນເອກພິເສດ ຫງວຽນຍືຖັງ ຮອງຫົວໜ້າອໍານວຍການໂຮງຮຽນນາຍທະຫານສື່ສານ; ຜູ້ຕາງໜ້າບັນດາອົງການ, ກົມກອງ.

leftcenterrightdel
ບັນຍາກາດທີ່ການຢ້ຽມຢາມ ແລະເຮັດວຽກ. ພາບ: ຊວນດີ້ງ

ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫງວຽນຍືຖັງ ໄດ້ແຈ້ງໃຫ້ທ່ານພົນຈັດຕະວາ Leang Sovannara ແລະຄະນະ ຮັບຊາບກ່ຽວກັບຜົນການບໍາລຸງສ້າງ, ການຝຶກອົບຮົມໃຫ້ບັນດາພະນັກງານ ແລະນັກຮຽນການທະຫານກຳປູເຈຍ ຢູ່ໂຮງຮຽນ ໃນຊຸມປີຜ່ານມາ ແລະຢືນຢັນວ່າ, ໂຮງຮຽນນາຍທະຫານສື່ສານ ຈະສືບຕໍ່ສ້າງເງື່ອນໄຂດີທີ່ສຸດເພື່ອຈັດຕັ້ງການຄຸ້ມຄອງ, ການສຶກສາ, ຝຶກຝົນຫຼໍ່ຫຼອມ, ບຳລຸງສ້າງໃຫ້ນັບມື້ນັບມີຄຸນນະພາບກວ່າສໍາລັບນັກຮຽນການທະຫານກຳປູເຈຍ, ກໍ່ຄື ພະນັກງານສື່ສານກໍາປູເຈຍ ທີ່ຈະມາຝຶກອົບຮົມໃນໄລຍະຈະມາເຖິງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ຊວນດີ້ງ

ສ່ວນທ່ານພົນຈັດຕະວາ Leang Sovannara ສະແດງຄວາມຂອບໃຈຕໍ່ອາລົມຈິດ ແລະການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງເຫຼົ່າຮົບສື່ສານ ແລະໂຮງຮຽນນາຍທະຫານສື່ສານ ກັບກອງທັບແຫ່ງລາຊະອານາຈັກກຳປູເຈຍ ໃນການສຶກສາ, ບຳລຸງສ້າງ, ໜູນຊ່ວຍອຸປະກອນສື່ສານ, ກໍ່ຄື ສົ່ງນັກຊ່ຽວຊານໄປບໍາລຸງສ້າງ, ຖ່າຍທອດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງກຳລັງສື່ສານກອງທັບແຫ່ງລາຊະອານາຈັກກຳປູເຈຍ.

ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບບາງເນື້ອໃນ ແນໃສ່ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງນັກຮຽນການທະຫານກຳປູເຈຍ; ແຈ້ງສະພາບການ, ຜົນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຂອງນັກຮຽນການທະຫານເປັນປະຈຳເພື່ອພ້ອມກັນສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນ...

ພາຍຫຼັງການເຮັດວຽກ, ທ່ານພົນຈັດຕະວາ Leang Sovannara ໄດ້ລົງຢ້ຽມຢາມ ແລະລະດົມກໍາລັງໃຈນັກຮຽນການທະຫານກຳປູເຈຍ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ.

ໂດຍ: ເຈິ່ນຮວ່ຽນ