ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 5 ມີນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍພົນເອກ ຫງວຽນເຕີນເກືອງ, ກໍາມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 4 ຫາວັນທີ 6 ມີນາ. ພາຍຫຼັງພິທີຕ້ອນຮັບ, ສອງຄະນະ ໄດ້ດໍາເນີນການພົບປະເຈລະຈາ.
    |
 |
ສະຫາຍພົນເອກ ຫງວຽນເຕີນເກືອງ ທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ |
ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ສະຫາຍພົນເອກ ຫງວຽນເຕີນເກືອງ ອວຍພອນສະຫາຍພົນຕີ ສາຍໃຈ ກົມມະສິດ ໄດ້ຮັບແຕ່ງຕັ້ງຈາກພັກ, ລັດລາວ ໃຫ້ດຳລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ເຊື່ອໝັ້ນວ່າ ໃນຕຳແໜ່ງຂອງຕົນ, ສະຫາຍ ຈະປະກອບສ່ວນນຳພາກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ |
ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມລະຫວ່າງການນຳກະຊວງປ້ອງກັນປະເທດສອງປະເທດ, ສະເໜີສຸມໃສ່ຊຸກຍູ້ການພົວພັນຮ່ວມມືໃນບັນດາເນື້ອໃນຈຸດສຸມ, ຄື: ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງຂັ້ນສູງ ຫວຽດນາມ-ລາວ ໃນປີ 2024, ການພົບປະລະຫວ່າງການນຳພັກສາມປະເທດຫວຽດນາມ-ລາວ-ກໍາປູເຈຍ (ວັນທີ 22 ກຸມພາ 2025) ຢ່າງມີປະສິດທິຜົນ; ເພີ່ມທະວີການແບ່ງປັນບັນຫາຍຸດທະສາດ, ຜ່ານການພົບປະຂັ້ນສູງ, ກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ໜູນຊ່ວຍລາວ ສ້າງຕັ້ງກຳລັງຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ...
    |
 |
ສະຫາຍພົນຕີ ສາຍໃຈ ກົມມະສິດ ທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ |
ສ່ວນສະຫາຍພົນຕີ ສາຍໃຈ ກົມມະສິດ ໄດ້ຢັ້ງຢືນຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ; ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດລາວ-ຫວຽດນາມ ໃນໄລຍະຜ່ານມານັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ. ປີ 2024, ການຮ່ວມມືລະຫວ່າງກອງທັບສອງປະເທດໄດ້ພັດທະນາຢ່າງຮອບດ້ານໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນເຫຼົ່າທັບ, ເຫຼົ່າຮົບ... ພ້ອມກັນນັ້ນສອງຝ່າຍກໍ່ຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະກັນທີ່ເວທີປາໄສສາກົນ.
    |
 |
ສະຫາຍພົນເອກ ຫງວຽນເຕີນເກືອງ ແລະສະຫາຍພົນຕີ ສາຍໃຈ ກົມມະສິດ ມອບຂອງ ຂວັນທີ່ລະນຶກ. ພາບ: ຕ໊ວນຮຸຍ |
ສະຫາຍພົນຕີ ສາຍໃຈ ກົມມະສິດ ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ກອງທັບສອງປະເທດລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ເຈິ່ນຮວ່ຽນ