ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ ສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ບໍ່ເປັນການທະຫານແມ່ນບັນຫາທີ່ປະຊາຄົມສາກົນ, ຫວຽດນາມ ແລະອັງກິດ ປະເຊີນໜ້າໃນໄລຍະຜ່ານມາ, ໃນນັ້ນມີອາດຊະຍາກຳການຄ້າມະນຸດ. ທ່ານພົນໂທ ຮ່ວາງຊວນຈ໊ຽນ ແຈ້ງໃຫ້ທ່ານ Simon Ridley ຊາບກ່ຽວກັບຄວາມສັບສົນຂອງອາດຊະຍາກຳການຄ້າມະນຸດ; ພ້ອມທັງຢືນຢັນວ່າ ຫວຽດນາມ ຖືການປ້ອງກັນ, ຕ້ານການຄ້າມະນຸດແມ່ນວຽກງານສຳຄັນ ເພື່ອປົກປ້ອງສິດທິມະນຸດສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ເຊິ່ງຫວຽດນາມ ເປັນສະມາຊິກ ແລະຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຕາມການກໍານົດຂອງກົດໝາຍ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ ຕ້ອນຮັບຮອງລັດຖະມົນຕີກະຊວງພາຍໃນອັງກິດ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈ໊ຽນ ຕີລາຄາສູງບົດບາດສຳຄັນຂອງອັງກິດ ໃນການຮ່ວມມືກັບຫວຽດນາມ ໃນຂົງເຂດຕ້ານ ແລະສະກັດກັ້ນການຄ້າມະນຸດໃນໄລຍະມໍ່ໆມານີ້, ພົ້ນເດັ່ນແມ່ນການຮັກສາກົນໄກຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ / ກະຊວງປ້ອງກັນປະເທດຫວຽດນາມ ກັບກົມຮ່ວມມືສາກົນ / ກະຊວງພາຍໃນອັງກິດ ບົນພື້ນຖານຂໍ້ຕົກລົງຮ່ວມມື, ຕ້ານ ແລະສະກັດກັ້ນການຄ້າມະນຸດທີ່ໄດ້ລົງນາມດ້ວຍເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການ, ຮ່ວມມື ແລະໜູນຊ່ວຍດ້ານການບໍາລຸງສ້າງ, ຝຶກອົບຮົມຍົກສູງຄວາມສາມາດ ແລະບໍາລຸງພາສາອັງກິດ...

ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນ, ປະຕິບັດຂໍ້ຕົກລົງຮ່ວມມືໃນຂົງເຂດຕ້ານ, ສະກັດກັ້ນການຄ້າມະນຸດ ຢ່າງມີປະສິດທິຜົນ, ສຸມໃສ່ເນື້ອໃນຄື: ການພົບປະ, ຝຶກອົບຮົມ, ແລກປ່ຽນຂໍ້ມູນຂ່າວສານ ແລະແບ່ງປັນບົດຮຽນປະສົບການ; ຊຸກຍູ້ການຮ່ວມມືບໍາລຸງສ້າງ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ຊອກຫາ, ສະກັດກັ້ນ, ສືບສວນ ແລະແກ້ໄຂການເຄື່ອນໄຫວຂອງອາດຊະຍາກຳການຄ້າມະນຸດ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Simon Ridley ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງອັງກິດ ໃນຂົງເຂດຕ້ານ ແລະສະກັດກັ້ນການຄ້າມະນຸດຜ່ານຫຼາຍເນື້ອໃນ, ໃນນັ້ນການຮ່ວມມືແລກປ່ຽນບົດຮຽນປະສົບການແມ່ນໜຶ່ງໃນບັນດາເນື້ອໃນສຳຄັນທີ່ອັງກິດ ມີຄວາມເອົາໃຈໃສ່ຊຸກຍູ້.

ທ່ານ Simon Ridley ຢືນຢັນຈະມານະພະຍາຍາມກວ່າອີກ ເພື່ອຍູ້ແຮງການຮ່ວມມືກັບຫວຽດນາມ ກ່ຽວກັບການຕ້ານ ແລະສະກັດກັ້ນການຄ້າມະນຸດ,  ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອັງກິດ ເວົ້າລວມ ແລະກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງພາຍໃນອັງກິດ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ ແລະມີປະສິດທິຜົນ, ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທູຈາງ