ປະທານາທິບໍດີ UAE ແລະປະທານາທິບໍດີ ອາເມລິກາ ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຍິງຢູ່ເຂດ ກາຊາ
ທ່ານປະທານາທິບໍດີ UAE Mohamed bin Zayed ແລະທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຍິງຢູ່ເຂດ ກາຊາ, ກໍຄືເພີ່ມທະວີການພົວພັນສອງຝ່າຍ.
    |
 |
ທ່ານປະທານາທິບໍດີ UAE Mohamed bin Zayed. ພາບ: The Gulf Observer |
ວັນທີ 24 ມີນາ, ສຳນັກຂ່າວສານສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ ທ່ານປະທານາທິບໍດີ UAE Mohamed bin Zayed ແລະທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຍິງຢູ່ເຂດ ກາຊາ, ກໍຄືເພີ່ມທະວີການພົວພັນສອງຝ່າຍ.
ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ UAE ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສະໜອງການຊ່ວຍເຫຼືອມະນຸດສະທຳໃຫ້ເກ່ປະຊາຊົນເຂດກາຊາ, ຕໍ່ໜ້າສະພາບການມະນຸດສະທຳພວມນັບມື້ນັບຊົ່ວຮ້າຍລົງ. ອິດສະຣາແອັນ ໄດ້ປິດລ້ອມການຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ແຕ່ວັນທີ 2 ມີນາ, ພາຍຫຼັງສິ້ນສຸດໄລຍະທີ 1 ຂອງຂໍ້ຕົກລົງຢຸດຍິງລະຫວ່າງປະເທດນີ້ ແລະຮາມາດສ, ພ້ອມທັງເປີດບັ້ນຮົບການທະຫານຢູ່ເຂດ ກາຊາ ນັບແຕ່ວັນທີ 18 ມີນາ.
ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການພົວພັນຍຸດທະສາດສອງຝ່າຍ.
ແຫຼ່ງຄັດຈາກ: vovworld.vn