leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກວດແຖວກຽດຕິຍົດ. ພາບ: qdnd.vn

ທ່ານ ເລືອງເກື່ອງ, ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜູ້ບັນຊາການກໍາລັງປະກອບອາວຸດປະຊາຊົນເຂົ້າຮ່ວມ ແລະປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ກໍາລັງທະຫານລາດປ້ອງກັນຕົວ ແລະກ່າວຄໍາເຫັນຊີ້ນໍາ. ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດເປັນປະທານພິທີ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ກ່າວສູນທອດພົດທີ່ພິທີ, ທ່ານພົນເອກ ຟານວັນຢາງ ໄດ້ຫວນຄືືນມູນເຊື້ອ 90 ປີ ແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງທະຫານລາດປ້ອງກັນຕົວ. ຈາກບ່ອນເປັນອົງການຈັດຕັ້ງປະກອບອາວຸດມະຫາຊົນໂດຍພັກເຮົາສ້າງຕັ້ງ, ນໍາພາ, ຊີ້ນໍາ, ທະຫານລາດປ້ອງກັນຕົວໄດ້ກາຍເປັນພາກສ່ວນໜຶ່ງຂອງກໍາລັງປະກອບອາວຸດປະຊາຊົນຫວຽດນາມ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດໃນເມື່ອກ່ອນ, ກໍຄື ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວສູນທອນພົດທີ່ພິທີ. ພາບ: qdnd.vn

ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ຮຸກຮານ ແລະໃນການຕໍ່ສູ້ປົກປັກຮັກສາປະເທດຊາດ, ກໍາລັງທະຫານລາດປ້ອງກັນຕົວ ແລະກອງຫຼອນໄດ້ພ້ອມກັບທະຫານຫຼວງ, ທະຫານທ້ອງຖິ່ນສ້າງເປັນທ່າສະໜາມສົງຄາມປະຊາຊົນຢ່າງທົ່ວເຖິງ. ໃນບັນດາສະໜາມສູ້ຮົບ, ທະຫານລາດປ້ອງກັນຕົວ ເຂົ້າຮ່ວມຮັບໃຊ້ທະຫານຢ່າງຫ້າວຫັນ; ປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນກັບກໍາລັງອື່ນ, ເປັນຫຼັກແຫຼ່ງແກ່ນສານໃນຂະບວນການທ່ົວປວງຊົນ ຕີສັດຕູຢູ່ທ້ອງຖິ່ນ, ຮາກຖານ, ພ້ອມທັງເປັນກໍາລັງສໍາຮອງເພີ່ມເຕີມໃຫ້ແກ່ທະຫານຫຼວງເມື່ອມີຄວາມຈໍາເປັນ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn

ໃນໄລຍະປະເທດປ່ຽນແປງໃໝ່, ກໍາລັງທະຫານລາດປ້ອງກັນຕົວ ໄດ້ກໍ່ສ້າງຕາມທິດນໍາ “ໝັ້ນຄົງເຂັ້ມແຂງ ແລະທົ່ວເຖິງ”; ຫຼາຍຮູບແບບກົມກອງທະຫານລາດປ້ອງກັນຕົວ ໄດ້ຮັບການກໍ່ສ້າງມີລັກສະນະບຸກທະລຸ ຄື: ກອງພັນທະຫານລາດປະຈໍາການ; ຈັດຕັ້ງໃຫ້ທະຫານລາດປະຈໍາການຢູ່ທະເລ, ໝູ່ເກາະ; ປ້ອມທະຫານລາດປະຈໍາການຕິດພັນກັບບັນດາເຂດຊຸມຊົນ ແລະຄ້າຍ, ປ້ອມທະຫານຊາຍແດນໃນເສັ້ນຊາຍແດນທາງບົກ; ຈັດຕັ້ງກໍາລັງທະຫານລາດເຮັດໜ້າທີ່ຍິ່ງບັ່ນທອນ, ສະກັດກັ້ນພາຫະນະບິນບໍ່ມີຄົນຂັບ...

leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: qdnd.vn

ທະຫານລາດປ້ອງກັນຕົວຍາມໃດກໍປະຈັນບານນໍາໜ້າໃນການເຂົ້າຮ່ວມສະກັດກັ້ນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ໂລກລະບາດ, ຊອກຫາກູ້ຊີບ, ກູ້ໄພ; ສົມທົບກັບບັນດາກໍາລັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ, ປະກອບສ່ວນກໍ່ສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນ, “ທ່າສະໜາມໃນໃຈປະຊາຊົນ” ຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນໃຫ້ໝັ້ນແກ່ນ, ສົມກັບຄໍາຍ້ອງຍໍຂອງປະທານໂຮ່ຈີມິນ “ເປັນກໍາລັງຊະນະເລີດ, ເປັນກໍາແພງເຫຼັກຂອງປະເທດ”.

leftcenterrightdel
 
leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ກໍາລັງທະຫານລາດປ້ອງກັນຕົວ. ພາບ: qdnd.vn

ດ້ວຍຄວາມມານະພະຍາຍາມ, ການອຸທິດສ່ວນນັ້ນ, ພັກ, ລັດ ໄດ້ມອບຫຼຽນໄຊ ດາວເຫຼືອງ ໃຫ້ກໍາລັງທະຫານລາດປ້ອງກັນຕົວ; ມີ 370 ກົມກອງລວມໝູ່ ແລະ 284 ບຸກຄົນ ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຄົບຮອບ 90 ປີ, ກໍາລັງທະຫານລາດປ້ອງກັນຕົວ ເປັນກຽດໄດ້ຮັບຫຼຽນໄຊ ໂຮ່ຈີມິນ.

ກ່າວຄໍາເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ໃນຕະຫຼອດໄລຍະປະຫວັດສາດອັນສະຫງ່າລາສີຂອງການປະຕິວັດຫວຽດນາມ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ພະນັກງານ, ນັກຮົບທະຫານລາດປ້ອງກັນຕົວ ຮຸ່ນຕ່າງໆ ຍາມໃດກໍຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະປະຊາຊົນ, ຕໍ່ສູ້ຢ່າງອົງອາດກ້າແກ່ນ, ສະຫຼາດຫຼັກແຫຼມ, ພິລະອາດຫານ, ອອກແຮງງານ, ຮໍ່າຮຽນ, ປະຕິບັດງານຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ສ້າງຜົນງານດີເດັ່ນຫຼາຍຢ່າງ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ແລະບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn

ຊົມເຊີຍບັນດາຜົນງານຂອງທະຫານລາດປ້ອງກັນຕົວຫວຽດນາມ ໃນ 90 ປີ ຜ່ານມາ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ພັກ ແລະລັດເຮົາ ຖືເປັນສໍາຄັນ ແລະຢຶດໝັ້ນແນວທາງກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ທ່າສະໜາມສົງຄາມປະຊາຊົນຕິດພັນກັບການກໍ່ສ້າງພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ, ທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ “ທ່າສະໜາມໃນໃຈປະຊາຊົນ” ໄວ້ຢ່າງໝັ້ນແກ່ນ. ໃນນັ້ນ, ທະຫານລາດປ້ອງກັນຕົວ ຍາມໃດກໍແມ່ນກໍາລັງທີ່ມີທີ່ຕັ້ງສໍາຄັນ ແລະແມ່ນຮູບແບບຈັດຕັ້ງທີ່ເໝາະສົມທີ່ສຸດ.

ທ່ານປະທານປະເທດ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ, ຊີ້ນໍາເປັນປະຈໍາ, ໂດຍກົງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທະຫານລາດປ້ອງກັນຕົວຫວຽດນາມ ຈະນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງກວ່າອີກ; ສາມັກຄີ, ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງໃນທຸກຂົງເຂດວຽກງານ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ, ສົມກັບຄວາມເຊື່ອໝັ້ນ ແລະຮັກແພງຂອງພັກ, ລັດ ແລະປະຊາຊົນ.

ໂດຍ: ໄຊຊະນະ