ຊຸກຍູ້ການຮ່ວມມືດ້ານສື່ມວນຊົນ ໃນການປັບປຸງການພົວພັນຫວຽດນາມ - ຈີນ
ກປ.ອອນໄລ - ຕອນບ່າຍວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງັຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນໜັງສືພິມປະຊາຊົນຈີນ ໂດຍທ່ານ Chen Jian Wen, ຫົວໜ້າບັນນາທິການໜັງສືພິມປະຊາຊົນຈີນ ເປັນຫົວໜ້າຄະນະເຂົ້າຢ໊ຽມຂໍ່ານັບ.
ທີ່ການຕ້ອນຮັບ, ທ່ານ ຫງວຽນຈ້ອງເຫງັຍ ສະແດງຄວາມປິຕິຊົມຊື່ນຕໍ່ທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃນໄລຍະຜ່ານມາ; ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນກັບຈີນ ແມ່ນບຸລິມະສິດແຖວໜ້າ ແລະເປັນການເລືອກເຟັ້ນຍຸດທະສາດໃນນະໂຍບາຍການພົວພັນຕ່າງປະເທດ.
ຕີລາຄາສູງການປະກອບສ່ວນຂອງອົງການສື່ມວນຊົນຂອງສອງປະເທດ, ໃນນັ້ນມີໜັງສືພິມປະຊາຊົນຫວຽດນາມ ແລະໜັງສືພິມປະຊາຊົນຈີນ ໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ທ່ານ ຫງວຽນຈ້ອງເຫງັຍ ສະເໜີໃຫ້ສອງອົງການສື່ມວນຊົນສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ຮັກສາບົດບາດນໍາໜ້າ ໃນຄວາມມານະພະຍາຍາມໂຄສະນາກ່ຽວກັບໝາກຜົນ ແລະແງ່ຫວັງໃນການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ-ຈີນ.
    |
 |
ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ຕ້ອນຮັບທ່ານ Chen Jian Wen, ຫົວໜ້າບັນນາທິການໜັງສືພິມປະຊາຊົນຈີນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຈ້ອງເຫງັຍ ສະເໜີໃຫ້ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງຫວຽດນາມ ແລະຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມກັບບັນດາອົງການສື່ມວນຊົນຂອງສອງປະເທດເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການ, ທິດສະດີ ແລະພຶດຕິກໍາຕົວຈິງໃນການກໍ່ສ້າງພັກ, ວຽກງານຕໍ່ສູ້ປົກປັກຮັກສາພື້ນຖານດ້ານແນວຄິດຂອງພັກ..., ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະຮອບດ້ານ.
    |
 |
ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ພ້ອມດ້ວຍຄະນະຜູ້ແທນໜັງສືພິມປະຊາຊົນຈີນ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Chen Jian Wen ໃຫ້ຮູ້ວ່າ ການຢ້ຽມຢາມໄດ້ນຳເອົາປະສົບການອັນລ້ຳຄ່າມາໃຫ້ຄະນະຜູ້ແທນ. ບັນດາວິທີການໂຄສະນາຜະລິດຕະພັນສື່ມວນຊົນທີ່ມີຫົວຄິດປະດິດສ້າງຂອງໜັງສືພິມປະຊາຊົນຫວຽດນາມ ໄດ້ເຈາະຈີ້ມໃຫ້ຄະນະຜູ້ແທນໜັງສືພິມປະຊາຊົນຈີນ ແນວຄວາມຄິດຫຼາຍຢ່າງກ່ຽວກັບການປ່ຽນແປງໃໝ່ການຂຽນຂ່າວກ່ຽວກັບພັກ.
ແບ່ງປັນຄວາມຄິດເຫັນຂອງທ່ານ ຫງວຽນຈ້ອງເຫງັຍ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ, ທ່ານ Chen Jian Wen ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາອົງການສື່ມວນຊົນຂອງສອງປະເທດ ຈະສືບຕໍ່ຮ່ວມມືໃຫ້ນັບມື້ນັບມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ - ຈີນ ໃຫ້ມີການພັດທະນາຢ່າງຕັ້ງໜ້າ.
ໂດຍ: ທູຈາງ