leftcenterrightdel
ແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ໂຮ່ຈີມິນ ຄາດວ່າບັນລຸ 1,63 ລ້ານເທື່ອຄົນ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ໃນ 3 ເດືອນຕົ້ນປີ 2025, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 1,85 ລ້ານເທື່ອຄົນ, ເພີ່ມຂຶ້ນ 17,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ, ໃນໄລຍະຈະມາເຖິງ, ພະແນກທ່ອງທ່ຽວຮ່າໂນ້ຍ ສືບຕໍ່ຜັນຂະຫຍາຍ, ສະເໜີບັນດາຜະລິດຕະພັນທ່ອງທ່ຽວໃໝ່ - ຜະລິດຕະພັນທ່ອງທ່ຽວລົງຕົວຈິງຕິດພັນກັບບັນດາຄຸນຄ່າມໍລະດົກ - ປູຊະນີຍະສະຖານ; ຈັດບັນດາລາຍການທີ່ດຶງດູດໃຈ, ເປັນເອກະລັກສະເພາະ, ໂຄສະນາການທ່ອງທ່ຽວນະຄອນຫຼວງ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສຸມໃສ່ເຂົ້າວຽກງານສື່ສານ, ໂຄສະນາໂດຍສຸມໃສ່ບັນດາຕະຫຼາດທີ່ເປັນເປົ້າໝາຍ. ບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນໃນປະຈຸບັນຍັງແມ່ນຕະຫຼາດທ່ອງທ່ຽວພວມມີການເຕີບໂຕ. ພ້ອມກັນນັ້ນ, ພັດທະນາການທ່ອງທ່ຽວດ້ວຍບັນດາຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນ”.

ສ່ວນຕາມພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ແລ້ວ, ໃນ 3 ເດືອນຕົ້ນປີ 2025, ແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ຄາດວ່າບັນລຸ 1,63 ລ້ານເທື່ອຄົນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. 

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ