ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານພັນເອກພິເສດ ບຸ່ຍວັນກຸ່ຍ ຮອງຜູ້ອໍານວຍການບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ໃຫ້ຮູ້ວ່າ, ປີ 2024, ເຕິນກາງ ໄຊງ່ອນ ໄດ້ປະຕິບັດສໍາເລັດໜ້າທີ່ຜະລິດ, ດໍາເນີນທຸລະກິດ ຢ່າງດີເລີດ ດ້ວຍບັນດາຜົນງານສູງສຸດ ນັບແຕ່ກ່ອນມາຮອດປັດຈຸບັນ. ປະລິມານການຜະລິດເກືອບ 11 ລ້ານ TEU, ລາຍຮັບກວ່າ 32.000 ຕື້ດົ່ງ, ກໍາໄລບັນລຸເກືອບ 7.000 ຕື້ດົ່ງ. ບັນດາຕົວເລກຄາດໝາຍປະລິມານການຜະລິດ, ລາຍຮັບ, ກໍາໄລ, ລາຍຮັບສະເລ່ຍຂອງຜູ້ອອກແຮງງານ ລ້ວນແຕ່ເຕີບໂຕກວ່າ 2 ຕົວເລກ ເມື່ອທຽບໃສ່ແຜນການ ປີ 2024 ແລະທຽບໃສ່ການປະຕິບັດ ປີ 2023. ໃນນັ້ນ, ຕົວເລກຄາດໝາຍກໍາໄລລື່ນແຜນການປີ 2024 ແມ່ນ 27% ແລະເພີ່ມຂຶ້ນ 32,5% ເມື່ອທຽບໃສ່ການປະຕິບັດ ປີ 2023.

leftcenterrightdel
ຄະນະຜູ້ແທນ ຢ້ຽມຊົມທິວທັດຢູ່ທ່າເຮືອ ເຕິນກາງ - ກາດລາຍ. ພາບ: qdnd.vn

ເດືອນກໍລະກົດ ປີ 2024, ເຕິນກາງ ໄຊງ່ອນ ໄດ້ມີການເຮັດວຽກກັບກົມລົງທຶນ ແລະການຄ້າ ໂປໂລຍ ຢູ່ນະຄອນໂຮ່ຈີມິນ ແລະຜູ້ຕາງໜ້າທ່າເຮືອ Gdańsk. ທີ່ການເຮັດວຽກ, ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບຄວາມສາມາດເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ໂລຈິດສະຕິກ ຢູ່ສອງປະເທດ. ເດືອນ ພະຈິກ ປີ 2024, ເຕິນກາງ ໄຊງ່ອນ ເປັນກຽດໄດ້ໄປບັນລະຍາຍຫົວຂໍ້ຢູ່ ກອງປະຊຸມສໍາມະນາສົ່ງເສີມການຄ້າ ຫວຽດນາມ-ໂປໂລຍ ໂດຍທ່າເຮືອ Gdańsk ຈັດຕັ້ງ. ກອງປະຊຸມສໍາມະນາ ແນໃສ່ແບ່ງປັນບົດຮຽນຮູບແບບພັດທະນາໂລຈິດສະຕິກ ຕິດພັນກັບໜ້າທີ່ປ້ອງກັນຊາດ, ດຶງດູດຄວາມສົນໃຈຂອງວິສາຫະກິດສາກົນຫຼາຍແຫ່ງ.

leftcenterrightdel
ຄະນະຜູ້ແທນ ຢ້ຽມຊົມສູນຄວາມປອດໄພ ທ່າເຮືອ ເຕິນກາງ - ກາດລາຍ. ພາບ: qdnd.vn

ທີ່ການເຮັດວຽກໄດ້ມີຫຼາຍຄໍາເຫັນແລກປ່ຽນກ່ຽວກັບສະພາບການຮ່ວມມື ແລະຊອກຮູ້ຂອບຂະໜາດການຈັດຕັ້ງ, ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງ ເຕິນກາງ ໄຊງ່ອນ. ທ່ານ Konrad Golota ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະການແບ່ງປັນຢ່າງຈິງໃຈຂອງບັນດາສະມາຊິກໃນຄະນະ ເຕິນກາງ ໄຊງ່ອນ. ທ່ານ Konrad Golota ຖືວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ພ້ອມທັງເປີດໂອກາດເຊື່ອມຕໍ່, ຮ່ວມມືໃນຂົງເຂດເສດຖະກິດທະເລ, ການຂົນສົ່ງ ແລະໂລຈິດສະຕິກ.

ໂດຍ: ໄຊຊະນະ