ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ຄໍາຂັນ ຈັນທະວີສຸກ ໃຫ້ຮູ້ວ່າ: ແຂວງຫຼວງພະບາງ ມີສາຍພົວພັນສະໜິດຕິດພັນກັບບາງແຂວງທາງພາກເໜືອຂອງຫວຽດນາມ ຄື ເຊີນລາ, ດ້ຽນບຽນ. ໃນຊຸມປີຜ່ານມາ, ກອງທັບ ແລະປະຊາຊົນບັນດາທ້ອງຖິ່ນທີ່ຢູ່ສອງຟາກຊາຍແດນໄດ້ມີການເຄື່ອນໄຫວພົບປະແລກປ່ຽນ, ພົບປະ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ພ້ອມທັງ, ທ່ານ ຄໍາຂັນ ຈັນທະວີສຸກ ກໍຫວັງວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ຊີ້ນຳບັນດາອົງການ, ກົມກອງ, ກອງບັນຊາການທະຫານບັນດາແຂວງຂອງຫວຽດນາມ ໜູນຊ່ວຍບັນດາແຂວງຂອງລາວ, ພິເສດແມ່ນແຂວງຫຼວງພະບາງ ໂດຍຜ່ານການເຄື່ອນໄຫວຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ, ຮ່ວມມືສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາດ, ປະກົດການຫຍໍ້ທໍ້ໃນສັງຄົມ. ອໍານາດການປົກຄອງແຂວງຫຼວງພະບາງ ຈະມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ ແລະແທດຈິງ.
    |
 |
ທ່ານພົນໂທ ຮວ່າງຊວນຈຽນ ພົບປະກັບທ່ານ ຄໍາຂັນ ຈັນທະວີສຸກ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈຽນ ຕີລາຄາສູງບັນດາອົງການ, ກົມກອງກອງທັບສອງຝ່າຍໄດ້ຮັກສາກົນໄກຮ່ວມມືເປັນຢ່າງດີ, ຜ່ານນັ້ນໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຢ່າງທັນການ, ສົມທົບກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນ, ສະກັດກັ້ນອາດຊະຍາກໍາຂ້າມຊາຍແດນຢ່າງມີປະສິດທິຜົນ.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈຽນ ຫວັງວ່າ ໃນໄລຍະຈະມາເຖິງ, ແຂວງຫຼວງພະບາງ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາແຂວງຄູ່ຮ່ວມມືຂອງຫວຽດນາມ, ສ້າງເງື່ອນໄຂໃຫ້ບັນດາກົມກອງການທະຫານ, ທະຫານຊາຍແດນໃນບໍລິເວນແຂວງ ເພີ່ມທະວີການຮ່ວມມືກັບບັນດາກົມກອງຂອງຫວຽດນາມ, ຜ່ານນັ້ນປະກອບສ່ວນປົກປັກຮັກສາ ແລະສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ສັນຕິພາບ, ສະຖຽນລະພາບ, ພັດທະນາວັດທະນາຖາວອນ; ສືບຕໍ່ມູນເຊື້ອປະຕິວັດ, ຄວາມສາມັກຄີສັດຊື່ບໍລິສຸດ, ແຜ່ຂະຫຍາຍນໍ້າໃຈມິດຕະພາບລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ-ລາວ.
ເນື່ອງໃນໂອກາດບຸນປີໃໝ່ລາວ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ສົ່ງຄຳອວຍພອນມາຍັງພະນັກງານ, ປະຊາຊົນ ແລະກຳລັງປະກອບອາວຸດແຂວງຫຼວງພະບາງ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດ ແລະມີຄວາມຜາສຸກ.
* ຊົມເຊີຍຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການດ້ານການເມືອງ, ການພົວພັນຕ່າງປະເທດ, ເສດຖະກິດ-ສັງຄົມຂອງແຂວງ ແລະໝາກຜົນການປະຕິບັດໜ້າທີ່ຂອງກົງສຸນໃຫຍ່ໃນໄລຍະຜ່ານມາ.
    |
 |
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈຽນ ຫວັງວ່າ ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາເນື້ອໃນການຮ່ວມມືລະຫວ່າງສອງປະເທດ, ສອງກອງທັບ; ເຊື່ອໝັ້ນວ່າ, ພະນັກງານ, ພາລະກອນສະຖານກົງສູນໃຫຍ່ ຈະສາມັກຄີ ແລະບັນລຸທຸກໜ້າທີ່ວຽກງານທີ່ພັກ, ລັດ ມອບໝາຍໃຫ້, ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນສອງປະເທດໃຫ້ນັບມື້ນັບດີງາມ ແລະໜັກແໜ້ນ.
ໂດຍ: ຈາງຫງວຽນ