ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ຄວາມຕັດສິນໃຈສູງ ແລະຈິດໃຈແຂ່ງຂັນຢ່າງຟົດຟື້ນຂອງພະນັກງານ, ນັກຮົບ, ບັ້ນຫັດແອບຄັ້ງນີ້ຂອງກຳລັງປະກອບອາວຸດນະຄອນ ໝັ້ນໝາຍວ່າຈະຍາດໄດ້ຜົນສຳເລັດຫຼາຍຢ່າງໃຫ້ແກ່ການຊົມເຊີຍສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975/ 30 ເມສາ 2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ 1890/ 19 ພຶດສະພາ 2025).
ກຳລັງປະກອບອາວຸດນະຄອນໂຮ່ຈີມິນ ເປັນກຽດທີ່ໄດ້ຕ້ອນຮັບທ່ານພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ມາເຂົ້າຮ່ວມ, ກ່າວຄຳເຫັນຊີ້ນຳ ແລະໂອ້ລົມ, ໃຫ້ກຳລັງໃຈພະນັກງານ, ນັກຮົບຫ້າວຫັນເຂົ້າຮ່ວມການແຂ່ງຂັນ, ເຮັດສຳເລັດທຸກໜ້າທີ່ເປັນຢ່າງດີ.
ບັນຍາກາດເປີດການຫັດແອບຢ່າງຟົດຟື້ນ
ບັນຍາກາດພິທີເປີດການຫັດແອບປີ 2025 ຂອງກອງບັນຊາການນະຄອນໂຮ່ຈີມິນ ຮຸ່ງເຮືອງເຫຼືອງເຫຼື້ອມໄປດ້ວຍທຸງ ແລະດອກໄມ້ເພື່ອຊົມເຊີຍການແຂ່ງຂັນຈຸດສູງ “ບຸກໂຈມຕີໄວ-ຕັດສິນໃຈຍາດເອົາໄຊຊະນະ”. ພະນັກງານ, ນັກຮົບແຕ່ລະຄົນສະແດງຄວາມເອກອ້າງທະນົງໃຈທີ່ກະຊວງປ້ອງກັນປະເທດ ໄດ້ເລືອກເປັນກົມກອງຈັດຕັ້ງກ່ອນໃນທົ່ວກອງທັບ. ບັນດາຄຳຂວັນ: “ພະນັກງານ, ນັກຮົບກຳລັງປະກອບອາວຸດນະຄອນ ໂຮ່ຈີມິນ ຕັດສິນໃຈປະຕິບັດຂະບວນການແຂ່ງຂັນ “ບຸກໂຈມຕີໄວ-ຕັດສິນໃຈຍາດເອົາໄຊຊະນະ”, “ກຳລັງປະກອບອາວຸດນະຄອນສາມັກຄີກັນດີ, ມີລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍກຳລັງແຮງສັງລວມ, ຫັດແອບເກັ່ງ, ກຽມພ້ອມສູ້ຮົບສູງ”... ໄດ້ຈັດຕັ້ງຢ່າງສົມກຽດ, ປະກອບສ່ວນລະດົມກຳລັງໃຈ, ປຸກລູກຈິດໃຈແຂ່ງຂັນຂອງທະຫານ, ທະຫານລາດປ້ອງກັນຕົວ.
    |
 |
ໜ່ວຍທຸງກອງທັບ ກອງບັນຊາການທະຫານນະຄອນ ໂຮ່ຈີມິນ ກວດກາຖັນແຖວທີ່ພິທີເປີດການຫັດແອບປີ 2025. ພາບ: ຫງວຽນຫຽນ |
ປຸກລະດົມການແຂ່ງຂັນຈຸດສູງ “ບຸກໂຈມຕີໄວ-ຕັດສິນໃຈຍາດເອົາໄຊຊະນະ”, ການນຳກອງບັນຊາການທະຫານນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ ກຳລັງປະກອບອາວຸດນະຄອນ ຈະເຮັດວຽກງານສຶກສາມູນເຊື້ອ, ເຮັດໃຫ້ພະນັກງານ, ນັກຮົບ ແລະປະຊາຊົນຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຂອບຂະໜາດ, ຄຸນຄ່າປະຫວັດສາດຂອງການຕໍ່ສູ້ກູ້ຊາດ, ຕ້ານ ອາເມລິກາ ແລະມະຫາໄຊລະດູບານໃໝ່ 1975; ເຮັດວຽກງານກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ ຂອງພັກທຸກຂັ້ນໃນອົງຄະນະພັກການທະຫານນະຄອນ ອາຍຸການ 2025-2030 ໃຫ້ເປັນຢ່າງດີ; ແຂ່ງຂັນກັນປະຕິບັດໃຫ້ສຳເລັດໜ້າທີ່ການເມືອງຢ່າງດີເລີດ, ຮັບປະກັນ “3 ແທດຈິງ” ໃນການຫັດແອບ; ກໍ່ສ້າງກົມກອງໃຫ້ເປັນກຳລັງຫຼວງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຍູ້ແຮງການປະຕິຮູບການບໍລິຫານການທະຫານ, ການຫັນປ່ຽນດີຈີຕອນ; ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງໃຫ້ເປັນຢ່າງດີ.
ແຂ່ງຂັນຫັດແອບເກັ່ງ, ມີຄຸນນະພາບແຕ່ຫົວທີ
ໃນບັນຍາກາດທີ່ສະຫງ່າອົງອາດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975/ 30 ເມສາ 2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890/ 19 ພຶດສະພາ 2025), ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ຊົມເຊີຍບັນດາວິລາກຳ, ຜົນງານທີ່ດີເລີດ ເຊິ່ງກຳລັງປະກອບອາວຸດນະຄອນໂຮ່ຈີມິນ ຍາດມາໄດ້ໃນເວລາເກືອບ 80 ປີຜ່ານມາ; ພ້ອມທັງເນັ້ນໜັກວ່າ ກຳລັງປະກອບອາວຸດນະຄອນໄດ້ມີຫຼາຍຂະບວນການ, ຮູບແບບແຂ່ງຂັນຢ່າງມີຫົວຄິດປະດິດສ້າງ, ເຮັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດ, ສ້າງອົງຄະນະພັກໃຫ້ປອດໃສ, ເຂັ້ມແຂງ, ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ເປັນຈຸດທີ່ພົ້ນເດັ່ນ, ເປັນຕົວແບບ, ຫຼັກແຫຼ່ງແກ່ນສານໃນການສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, “ທ່າສະໜາມຮົບໃນຈິດໃຈປະຊາຊົນ” ໝັ້ນຄົງເຂັ້ມແຂງ. ພິເສດ, ກຳລັງປະກອບອາວຸດນະຄອນ ໄດ້ເຮັດສຳເລັດໜ້າທີ່ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງດີເລີດ, ພັກ, ລັດ ໄດ້ມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນໃຫ້ເປັນ ຄັ້ງທີ 3 .
    |
 |
ທ່ານພົນໂທ ຈິ້ງວັນກວຽດ ພ້ອມກັບຜູ້ແທນລະດົມກຳລັງໃຈໃຫ້ກຳລັງທີ່ເຂົ້າຮ່ວມພິທີເປີດການຫັດແອບ. ພາບ: ຫງວຽນຫຽນ |
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນການກໍ່ສ້າງກອງທັບ, ປົກປັກຮັກສາປະເທດຊາດໃນໄລຍະໃໝ່, ເພື່ອປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ກຽມພ້ອມສູ້ຮົບປີ 2025 ໃຫ້ເປັນຢ່າງດີ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ຮຽກຮ້ອງມາຍັງບັນດາກົມກອງໃນທົ່ວກອງທັບ ແລະພະນັກງານ, ນັກຮົບກຳລັງປະກອບອາວຸດນະຄອນ ໂຮ່ຈີມິນ ສຸມໃສ່ປະຕິບັດຕາມເນື້ອໃນ, ເປົ້າໝາຍ, ຕົວເລກຄາດໝາຍຈຸດສຸມໃນການແຂ່ງຂັນຈຸດສູງ “ບຸກໂຈມຕີໄວ-ຕັດສິນໃຈຍາດເອົາໄຊຊະນະ” ໃຫ້ເປັນຢ່າງດີ. ບັນດາກົມກອງເພີ່ມທະວີການໂຄສະນາ, ສຶກສາໜ້າທີ່ຂອງກອງທັບ, ຂອງກົມກອງ ແລະມູນເຊື້ອ, ຈິດໃຈຮັກຊາດ, ນ້ຳໃຈກ້າຫານ, ເຈດຈຳນົງທີ່ພິລະອາດຫານຂອງຊາດ, ຂອງກອງທັບປະຊາຊົນຫວຽດນາມ; ຜ່ານນັ້ນກໍ່ສ້າງໃຫ້ພະນັກງານ, ນັກຮົບມີຄຸນທາດການເມືອງທີ່ໝັ້ນແກ່ນ, ຕະລຸມບອນກ່ຽວກັບຄວາມຮັບຮູ້, ການກະທຳ, ກຽມພ້ອມຮັບ ແລະເຮັດສຳເລັດທຸກໜ້າທີ່.
ບັນດາກົມກອງຕ້ອງສືບຕໍ່ຊາບຊຶມທັດສະນະ, ແນວທາງການທະຫານຂອງ ພັກ, ບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນ ປະເທດກ່ຽວກັບວຽກງານຫັດແອບຢ່າງເລິກເຊິ່ງ; ຈັດຕັ້ງການຫັດແອບຢ່າງເຄັ່ງຄັດ, ຖືກຕາມທິດນຳ, ທັດສະນະ; ຫັດແອບນັກຮົບໃໝ່ຮັບປະກັນຄຸນນະພາບນັບແຕ່ວັນທຳອິດ, ອາທິດທຳອິດ, ເດືອນທຳອິດ. ແຕ່ລະກົມກອງຕ້ອງເອົາໃຈໃສ່ປະຕິບັດລະບຽບການຢ່າງເຄັ່ງຄັດ, ລະບອບກຽມພ້ອມສູ້ຮົບ, ຄຸ້ມຄອງເຂດນ່ານຟ້າ, ນ່ານທະເລ ແລະເຂດຊາຍແດນ; ພ້ອມກັນນັ້ນກໍເອົາໃຈໃສ່ຊີ້ນຳ, ນຳພາ, ຮັບປະກັນວຽກງານພາລະທິການ, ການເງິນ, ອາວຸດຍຸດໂທປະກອນເຕັກນິກໃຫ້ທຸກໜ້າທີ່ເປັນຢ່າງດີ, ຮັກສາສຸຂະພາບຂອງທະຫານໃຫ້ດີ.
ທ່ານພົນໂທ ຈິ້ງວັນກວຽດ ກໍ່ຮຽກຮ້ອງມາຍັງບັນດາກົມກອງຈັດຕັ້ງບັນດາກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ; ພິເສດ, ປະຕິບັດໜ້າທີ່ເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງທີ່ຈະມາເຖິງນີ້ ແລະເຮັດວຽກງານຕອບບຸນແທນຄຸນ, ນະໂຍບາຍແນວຫຼັງກອງທັບໃຫ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມການໜູນຊ່ວຍປະຊາຊົນພັດທະນາເສດຖະກິດ-ສັງຄົມ.
ໂດຍ: ແສງເດືອນ