ຄະນະຜູ້ແທນ ຮາມາດສ ເດີນທາງໄປຍັງ ກາຍໂຣ ເພື່ອຟື້ນຟູການເຈລະຈາ
ໂດຍສືບຕໍ່ບັນດາຄວາມມານະພະຍາຍາມຟື້ນຟູຂໍ້ຕົກລົງຢຸດຍິງທີ່ບອບບາງຢູ່ເຂດ ກາຊາ, ວັນທີ 14 ມີນາ, ຂະບວນການ ຮາມາດສ ໄດ້ແຈ້ງໃຫ້ຊາບວ່າ ໄດ້ແຕ່ງຕັ້ງຄະນະນັກເຈລະຈາເດີນທາງກັບຄືນ ກາຍໂຣ ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ ອີຢິບ ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຢຸດຍິງ.