ໃນໄລຍະຢ້ຽມຢາມ, ກອງກໍາປັ່ນ 568 ໄດ້ຜັນຂະຫຍາຍການເຄື່ອນໄຫວສະໜອງການບໍລິການທາງທະເລ, ຄື: ເຕີມນ້ຳມັນ, ເພີ່ມເຕີມສະບຽງອາຫານ, ນໍ້າສະອາດ; ພະນັກງານ ແລະລູກເຮືອໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາ.

leftcenterrightdel
ກຳປັ່ນລຳລຽງ 887-Wei Shan Hu ເຂົ້າຈອດຢູ່ທ່າກຳປັ່ນ ຕຽນຊາ. ພາບ: ວັນຈຸງ
leftcenterrightdel
ກຳປັ່ນປົກປ້ອງລູກສອນໄຟ 568-Heng Yang ຢູ່ທ່າກຳປັ່ນ ຕຽນຊາ. ພາບ: ວັນຈຸງ

ການຢ້ຽມຢາມຂອງກອງກຳປັ່ນ 568 ແມ່ນເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມລະຫວ່າງການນຳຂອງຄະນະພັກທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ - ຈີນ ກ່ຽວກັບການເພີ່ມທະວີການຈັດສົ່ງກຳປັ່ນທະຫານ ທຳການຢ້ຽມຢາມເຊິ່ງກັນ ແລະກັນ, ຊຸກຍູ້ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງທະຫານເຮືອສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຈີນ.

ໂດຍ: ຈາງຫງວຽນ