leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: THX/ສໍານັກຂ່າວສານຫວຽດນາມ

ໃນບົດຂຽນທີ່ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ ຄວາມສາມາດສູງສຸດແມ່ນການປະທະກັນລະຫວ່າງລັດເຊຍ ແລະຢູແກຼນ ໃນທີ່ສຸດອາດຈະສິ້ນສຸດ.      

ຕາມຂ່າວແຫຼ່ງໜຶ່ງແລ້ວ, ທ່ານ Steve Witkoff ທູດພິເສດອາເມລິກາ ໄດ້ມີການພົບປະທີ່ແກ່ຍາວກັບທ່ານປະທານາທິບໍດີ Putin ຢູ່ນະຄອນຫຼວງ ມົດສະກູ ຂອງ ລັດເຊຍ ໃນຕອນຄ່ຳວັນທີ 13 ມີນາ.

ໃນຂະນະນັ້ນ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ ໃນການພົບປະ, ທ່ານ Putin ໄດ້ສະແດງການສະໜັບສະໜູນຫຼັກໝັ້ນຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການແກ້ໄຂການປະທະກັນລະຫວ່າງລັດເຊຍ - ຢູແກຼນ, ເຖິງຢ່າງໃດກໍຕາມ, ກໍຢັ້ງຢືນວ່າ ສອງຝ່າຍມີຫຼາຍວຽກຕ້ອງເຮັດເພື່ອແກ້ໄຂການປະທະກັນດັ່ງກ່າວ. ຕາມທ່ານແລ້ວ, ລັດເຊຍ ແລະ ອາເມລິກາ ຈະສັບຊ້ອນເວລາດຳເນີນການໂອ້ລົມທາງລະສັບລະຫວ່າງທ່ານປະທານາທິບໍດີສອງປະເທດພາຍຫຼັງທີ່ທ່ານ Witkoff ຍື່ນສະເໜີບົດລາຍງານໃຫ້ແກ່ທ່ານ Trump.

ແຫຼ່ງຄັດຈາກ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ