ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ
ກປ.ອອນໄລ - ຕອນບ່າຍວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບຂໍ້ຕົກລົງຂອງປະທານປະເທດຫວຽດນາມ ໃຫ້ບັນດານາຍທະຫານໄປປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ແລະ ຄະນະປະຕິບັດງານຝຶກແອບຂອງສະຫະພາບເອີລົບ (ອີຢູ).
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ພິທີມອບຂໍ້ຕົກລົງໃຫ້ແກ່ນາຍທະຫານຮັກສາສັນຕິພາບ. ພາບ: qdnd.vn |
ບັນດານາຍທະຫານທີ່ຈະໄປປະຕິບັດໜ້າທີ່ຄັ້ງນີ້ ລວມມີ: ພັນໂທ ເລມິງຖາວ ດຳລົງຕຳແໜ່ງເປັນຜູ້ສັງເກດການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS); ພັນຕີ ເລທິເຟືອງຢູງ ດຳລົງຕຳແໜ່ງເປັນຜູ້ສັງເກດການທະຫານ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວຂອງ ສປຊ ຢູ່ພາກພື້ນ Abyei (UNISFA); ຮ້ອຍເອກພິເສດ ຫງວຽນແອັງຕ໊ວນ ດຳລົງຕຳແໜ່ງເປັນນາຍທະຫານວິເຄາະຂໍ້ມູນລາຊະການລັບ ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ສ.ອາຟຣິກາກາງ (MINUSCA); ຮ້ອຍເອກພິເສດ ຫງວຽນແທັງຫາຍ ໄປປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານຝຶກແອບ ຂອງອີຢູ ຢູ່ ສ.ອາຟຣິກາກາງ; ຮ້ອຍເອກ ຟ້າມດຶກເທາະ ດໍາລົງຕຳແໜ່ງເປັນຜູ້ສັງເກດການທະຫານ ຢູ່ຄະນະປະຕິບັດງານ UNISFA.
    |
 |
ບັນຍາກາດທີ່ພິທີ. ພາບ: qdnd.vn |
ທ່ານພົນຈັດຕະວາ ຟ້າມແມ້ງຖັງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ວຽກງານກະກຽມຜັນຂະຫຍາຍໃຫ້ນາຍທະຫານທັງ 5 ຄົນ ໄດ້ສຳເລັດໂດຍພື້ນຖານ. ເພື່ອປະຕິບັດວຽກງານກະກຽມດ້ານກຳລັງເປັນຢ່າງດີ, ທາງກົມຮັກສາສັນຕິພາບຫວຽດນາມ ໄດ້ເປັນເຈົ້າການຄັດເລືອກພະນັກງານ ຮັບປະກັນກໍາລັງຄວາມສາມາດ, ລະດັບຄວາມຮູ້ດ້ານການທະຫານ, ຄວາມຮູ້ດ້ານການຮັກສາສັນຕິພາບ ຂອງສະຫະປະຊາຊາດ, ຄວາມສາມາດດ້ານພາສາຕ່າງປະເທດ ແລະ ມີສຸຂະພາບດີ; ພ້ອມທັງຈັດຕັ້ງຊຸດອົບຮົມຫັດແອບ ຕາມຄວາມຮຽກຮ້ອງຂອງສະຫະປະຊາຊາດ. ຄຽງຄູ່ກັນນັ້ນ, ແມ່ນຂຶ້ນກັບແຕ່ລະຕຳແໜ່ງງານ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຈັດສົ່ງພະນັກງານເຂົ້າຮ່ວມການຝຶກອົບຮົມ ຢູ່ຕ່າງປະເທດ ເພື່ອແນໃສ່ ຍົກສູງລະດັບຄວາມຮູ້ດ້ານວິຊາການວິຊາສະເພາະ ໃນຂະແໜງການທີ່ພະນັກງານແຕ່ລະຄົນຮັບຜິດຊອບ, ຜ່ານນັ້ນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງ ສປຊ ກໍ່ຄືກະຊວງປ້ອງກັນປະເທດ ເພື່ອປະຕິບັດໜ້າທີ່.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງໃຫ້ແກ່ບັນດານາຍທະຫານ. ພາບ: qdnd.vn |
ຊົມເຊີຍນາຍທະຫານ 5 ຄົນ ທີ່ໄດ້ຮັບຂໍ້ຕົກລົງ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮຽກຮ້ອງມາຍັງນາຍທະຫານ 5 ຄົນ ທີ່ກະກຽມຈະອອກເດີນທາງໄປປະຕິບັດໜ້າທີ່ ຕ້ອງຊາບຊຶມ, ປະຕິບັດຕາມທັດສະນະ, ແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບ; ປະຕິບັດລະບຽບວິໄນຂອງກອງທັບປະຊາຊົນຫວຽດນາມ, ຂໍ້ກໍານົດຂອງສະຫະປະຊາຊາດ, ກົດໝາຍຂອງປະເທດປະຈໍາຖິ່ນ, ຄຳແນະນໍາ ຂອງອົງການທີ່ກ່ຽວຂ້ອງ ແລະ ກົມຮັກສາສັນຕິພາບຫວຽດນາມ ຢ່າງເຂັ້ມງວດ; ຮັບປະກັນບຸກຄະລິກຂອງນາຍທະຫານ.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn |
ພາຍຫຼັງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ, ບັນດານາຍທະຫານ ຕ້ອງກໍາແໜ້ນສະພາບການຢູ່ບໍລິເວນ, ເລີ່ມເຂົ້າປະຕິບັດໜ້າທີ່ໃນທັນທີ; ປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ເປັນເຈົ້າການກໍາແໜ້ນສະພາບການຢູ່ບໍລິເວນ, ການເຄື່ອນໄຫວຂອງຄະນະ, ປະກອບສ່ວນເພື່ອເປັນພື້ນຖານໃຫ້ກົມຮັກສາສັນຕິພາບຫວຽດນາມ ລາຍງານ, ເປັນເສນາທິການ ແລະສະເໜີໃຫ້ການນຳກະຊວງປ້ອງກັນປະເທດກ່ຽວກັບທິດທາງຍຸດທະສາດຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໃນໄລຍະຈະມາເຖິງ.
ໂດຍ: ທູຈາງ