ກອງຊ່າງແສງເລກ 3 ຂອງຫວຽດນາມ ໄດ້ບຸກເບີກໜ້າພຽງ ແລະສ້າງເດີ່ນໂຮງຮຽນດ້ວຍເນື້ອທີ່ 2.500 ຕາແມັດ, ຄູນພື້ນຂຶ້ນ 50 ຊມ ເພື່ອປ້ອງກັນ, ຕ້ານນໍ້າຖ້ວມໃນລະດູຝົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແຂ່ງຂັນອອກທັບນັບແຕ່ມື້ທຳອິດ ແລະອາທິດທໍາອິດຂອງປີ 2025, ໄດ້ສະແດງໃຫ້ເຫັນຈິດໃຈປະຈັນບານ ແລະມີຄວາມຮັບຜິດຊອບຂອງບັນດານັກຮົບທະຫານໝວກເບເລສີຟ້າຫວຽດນາມ ໃນການໜູນຊ່ວຍທ້ອງຖິ່ນ.

ໃນສະພາບດິນຟ້າອາກາດທີ່ຮ້າຍແຮງ, ດ້ວຍຄວາມຮັບຜິດຊອບສູງ, ສະມາຊິກກອງຊ່າງແສງໄດ້ຮັບໜ້າທີ່ຂົນສົ່ງທີດິນ, ບຸກເບີກໜ້າພຽງໃນບໍລິເວນໂຮງຮຽນ. ໂຄງການນີ້ບໍ່ພຽງແຕ່ປະກອບສ່ວນປັບປຸງພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກເພື່ອໃຫ້ໂຮງຮຽນຈັດຕັ້ງບັນດາການເຄື່ອນໄຫວສຶກສາ ແລະເປັນບ່ອນລະຫຼິ້ນທີ່ປອດໄພໃຫ້ແກ່ນັກຮຽນອີກດ້ວຍ.

leftcenterrightdel
ເດີ່ນໂຮງຮຽນທີ່ຫາກໍ່ສ້າງຂຶ້ນຮັບປະກັນຕ້ານນໍ້າຖ້ວມໃນລະດູຝົນ. ພາບ: qdnd.vn

ນັບແຕ່ຜັນຂະຫຍາຍໜ້າທີ່, ກອງຊ່າງແສງເລກ 3 ໄດ້ເປັນເຈົ້າການສ້າງແຜນການ ແລະສຳຫຼວດພູມສັນຖານ, ລະດົມຊັບພະຍາກອນມະນຸດ ແລະພາຫະນະເພື່ອຍູ້ໄວຄວາມຄືບໜ້າຂອງວຽກງານ, ຮັບປະກັນປະຕິບັດສຳເລັດກ່ອນກຳນົດເວລາ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ແກ່ປະຊາຄົມ. ກິດຈະກໍານີ້ມີຄວາມໝາຍສໍາຄັນ, ຊ່ວຍຈຳກັດນ້ຳຖ້ວມໃນລະດູຝົນ, ຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ, ຄູອາຈານ.

leftcenterrightdel
ບັນດາສະມາຊິກກອງຊ່າງແສງຫວຽດນາມ ບຸກເບີກໜ້າພຽງ, ກໍ່ສ້າງເດີນໂຮງຮຽນ, ຊ່ວຍປັບປຸງພື້ນຖານໂຄງລ່າງ ແລະເງື່ອນໄຂຮ່ຳຮຽນໃຫ້ບັນດານັກຮຽນຢູ່ Abyei. ພາບ: qdnd.vn

ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຢ່າງສຸດໃຈຂອງກອງຊ່າງແສງຫວຽດນາມ, ທ່ານ Biong Bol, ຜູ້ອໍານວຍການໂຮງຮຽນເອກະຊົນ Koul-Adol ແບ່ງປັນວ່າ: “ບໍ່ພຽງແຕ່ຂ້າພະເຈົ້າເອງເທົ່ານັ້ນ, ຫາກທັງປະຊາຄົມ Abyei ລ້ວນແຕ່ຄອຍຖ້າການໜູນຊ່ວຍຂອງກອງຊ່າງແສງຫວຽດນາມ. ພວກເພື່ອນໄດ້ຊ່ວຍເຫຼືອໂຮງຮຽນຂອງພວກຂ້າພະເຈົ້າຈາກລຸ້ນກ່ອນ ແລະໃນປັດຈຸບັນພວກເພື່ອນຍັງສືບຕໍ່ໜູນຊ່ວຍພວກຂ້າພະເຈົ້າ. ກ່ອນທີ່ພວກເພື່ອນມາແຫ່ງນີ້, ປະຊາຊົນຂອງພວກຂ້າພະເຈົ້າຢູ່ Abyei ໄດ້ມີຄວາມນິຍົມຫວຽດນາມທີ່ສຸດ, ພວກຂ້າພະເຈົ້າດີໃຈຫຼາຍເມື່ອພວກເພື່ອນມາຍັງເຂດ Abyei ນີ້”.

ນອກຈາກບັນດາໜ້າທີ່ໂດຍຄະນະປະຕິບັດງານມອບໝາຍແລ້ວ, ກອງຊ່າງແສງຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍປະຊາຊົນໃນການປັບປຸງຊີວິດການເປັນຢູ່, ກໍ່ສ້າງພື້ນຖານໂຄງລ່າງ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຢູ່ Abyei. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຂອງກອງຊ່າງແສງຫວຽດນາມ ໃນພາລະກິດຮັກສາສັນຕິພາບ, ເພີ່ມທະວີຄວາມສາມັກຄີ ແລະຄວາມສະໜິດຕິດພັນກັບປະຊາຊົນທ້ອງຖິ່ນ, ສ້າງຮູບພາບສວຍງາມຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.

ໂດຍ: ທະນາພອນ