ເມື່ອເຂົ້າສູ່ຫ້ອງໂຖງໃຫຍ່ຂອງຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນຕອນບ່າຍວັນທີ 25 ພະຈິກ 2024, ທ່ານ Rumen Radev ໄດ້ຢຸດພັກເປັນເວລາດົນເຕີບເພື່ອຊົມເຮືອບິນ MiG-21 ໝາຍເລກ 5121 ທີ່ແຂວນສູງຢູ່ເພດານ. ທ່ານ ໄດ້ງຶກຫົວຜ່ານຄໍາແນະນໍາເມື່ອຮູ້ວ່າ ນີ້ແມ່ນຍົນທີ່ເຂົ້າຮ່ວມບັ້ນຮົບ “ປ້ອງກັນອາກາດ ຮ່າໂນ້ຍ - ຫາຍຟ່ອງ” ໃນເດືອນ ທັນວາ ປີ 1972, ໂດຍນັກບິນກອງທັບປະຊາຊົນຫວຽດນາມ ບັນຊາ, ໄດ້ຍິງເຮືອບິນອາເມລິກາ ຕົກ 5 ຄັ້ງ, ປ້ອງກັນເຂດທ້ອງຟ້າຮ່າໂນ້ຍ ແລະພາກເໜືອ. ທ່ານຮູ້ສຶກປະຫຼາດໃຈທີ່ຮູ້ວ່າ ນັກບິນ ຟ້າມຕວນ ໄດ້ຍິງເຮືອບິນ B-52 ຕົກໃນບັ້ນຮົບຕອນກາງຄືນວັນທີ 27 ທັນວາ 1972, ນີ້ໄດ້ຮັບການຖືວ່າ ແມ່ນເຮືອບິນຂອງທະຫານອາກາດອາເມລິກາ ທີ່ບໍ່ສາມາດຍິງຕົກໄດ້. ປະຈຸບັນ, ເຮືອບິນ MiG-21 ໝາຍເລກ 5121 ໄດ້ຮັບການຮັບຮອງວ່າແມ່ນວັດຖຸພັນແຫ່ງຊາດຂອງຫວຽດນາມ. ທ່ານ Rumen Radev ສະແດງຄວາມນິຍົມນັບຖື ຍ້ອນທ່ານເຄີຍເປັນພົນທະຫານ, ເປັນນັກບິນສູ້ຮົບ ແລະຕໍ່ມາເປັນຜູ້ບັນຊາການກໍາລັງທະຫານອາກາດ ບຸນກາຣີ ໄລຍະ 2014 - 2017 ກ່ອນທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ.

leftcenterrightdel
ທ່ານ Rumen Radev ປະທານາທິບໍດີບຸນກາຣີ ໄດ້ຮັບຟັງການແນະນຳກ່ຽວກັບເຂດວາງສະແດງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: ຫວຽດຈຸງ

ໃຊ້ເວລາເກືອບ 1 ຊົ່ວໂມງຢ້ຽມຊົມຫໍພິພິທະພັນ, ທ່ານ Rumen Radev ໄດ້ຮັບການແນະນຳກ່ຽວກັບຫຼາຍຫົວຂໍ້ທີ່ວາງສະແດງຢູ່ຫໍພິພິທະພັນໂດຍທ່ານພັນເອກພິເສດ ເລຫວູ້ຮຸຍ, ຫົວໜ້າອໍານວຍການຫໍພິພິທະພັນ. ດ້ວຍການອອກແບບທີ່ທັນສະໄໝ, ສ້າງການເຄື່ອນໄຫວປະຫວັດສາດດ້ວຍການຮັບຮູ້ດ້ວຍອິນຊີ ແລະສີສັນທີ່ເໝາະສົມ, ນຳໃຊ້ເຕັກໂນໂລຊີການສາຍເຂົ້າໃນງານວາງສະແດງ, ທ່ານປະທານາທິບໍດີ ໄດ້ຮັບການແນະນຳກ່ຽວກັບພາບພົດຂອງການເດີນທາງທີ່ຫຍຸ້ງຍາກ ແຕ່ສະຫງ່າອົງອາດຂອງຊົນຊາດຫວຽດນາມ ນັບແຕ່ການສ້າງຕັ້ງປະເທດຊາດ ຈົນຮອດການຕໍ່ສູ້ເພື່ອຍາດເອົາເອກະລາດ, ເສລີພາບ, ໂຮມປະເທດຊາດເປັນເອກະພາບ ແລະພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ທ່ານ Rumen Radev ໄດ້ຮັບຟັງດ້ວຍຄວາມໃຈຈົດໃຈຈໍ່ ແລະໄດ້ຊົມບັນດາຮູບພາບ, ວັດຖຸພັນຕາມຫົວຂໍ້ທີ່ວາງສະແດງຢູ່ແຕ່ລະເຂດ, ຄື: ການກຳເນີດຂອງພັກກອມມູນິດຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ; ການປະຕິວັດເດືອນສິງຫາ ແລະວັນສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ... ບໍ່ພຽງແຕ່ທ່ານ Rumen Radev ເທົ່ານັ້ນບັນດາແຂກໃນຄະນະພະນັກງານຂັ້ນສູງບຸນກາຣີ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສິ່ງທີ່ມະຫັດສະຈັນຂອງປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດອີກດ້ວຍ.

ບັນຍາກາດຂອງການຢ້ຽມຊົມແມ່ນມີຄວາມອົບອຸ່ນ ແລະສະໜິດສະໜົມ, ມີເວລາຊົມບໍ່ຫຼາຍເພາະຕາຕະລາງການເຮັດວຽກຂອງທ່ານ Rumen Radev ແມ່ນເຕັມຫຼາຍ, ສະນັ້ນທ່ານ ຈຶ່ງຮີບດ່ວນ ແລະເບິ່ງຄືວ່າຫົວຂໍ້ໃດທ່ານກໍ່ຢາກຮັບຊົມໝົດ. ພິເສດ, ຢູ່ເຂດວາງສະແດງກ່ຽວກັບການຕໍ່ສູ້ກູ້ຊາດຕ້ານອາເມລິກາ, ທ່ານປະທານາທິບໍດີ ໄດ້ຮັບຟັງການແນະນຳກ່ຽວກັບການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ໃນນັ້ນມີປະຊາຊົນບຸນກາຣີ ທີ່ສະຫງວນໃຫ້ພາລະກິດອັນເປັນທໍາຂອງປະຊາຊົນຫວຽດນາມ. ໃນຊຸມປີເດືອນທີ່ຫຍຸ້ງຍາກລຳບາກຂອງການຕໍ່ສູ້ຕ້ານຈັກກະພັດອາເມລິກາ ກໍ່ຄືພາລະກິດສ້າງສາປະເທດພາຍຫຼັງໄດ້ຮັບການປົດປ່ອຍ, ຫວຽດນາມ ໄດ້ຮັບຄວາມຮັກແພງ, ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າຈາກປະເທດ ແລະປະຊາຊົນບຸນກາຣີ. ໂດຍໄດ້ເຫັນປະຈັກຕາບັນດາຮູບພາບ ແລະວັດຖຸພັນທີ່ໄດ້ເກັບຮັກສາໄວ້ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ກ່ຽວກັບນໍ້າໃຈເປັນມິດທີ່ດີງາມລະຫວ່າງ ຫວຽດນາມ ແລະບຸນກາຣີ, ທ່ານ Rumen Radev ໄດ້ຫັນມາຈັບມືທ່ານພັນເອກພິເສດ ເລຫວູ້ຮຸຍ ເພື່ອສະແດງຄວາມເຄົາລົບນັບຖື.

ແບ່ງປັນຄວາມຮູ້ສຶກຢ່າງເລິກເຊິ່ງໃນປຶ້ມບັນທຶກຂອງຫໍພິພິທະພັນ, ທ່ານ Rumen Radev ໄດ້ຂຽນວ່າ: “ການມາຢ້ຽມຊົມຫໍພິພິທະພັນແມ່ນການຄົ້ນຫາທີ່ໜ້າປະທັບໃຈ, ບໍ່ສາມາດລືມໄດ້ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ ເພື່ອເສລີພາບຂອງປະເທດຫວຽດນາມ. ການຢ້ຽມຊົມໄດ້ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມອົງອາດກ້າຫານຂອງຊົນຊາດຫວຽດນາມ ວິລະຊົນ”. ກ່ອນທີ່ຂຽນຄວາມຮູ້ສຶກດັ່ງກ່າວ, ທ່ານໄດ້ແບ່ງປັນກັບພະນັກງານ, ພາລະກອນຂອງຫໍພິພິທະພັນ ແລະແຂກຜູ້ມີກຽດວ່າ: “ການມາຢ້ຽມຢາມໄດ້ຊ່ວຍໃຫ້ຂ້າພະເຈົ້າ ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກກ່ຽວກັບຄວາມອົງອາດກ້າຫານ ແລະວິລະຊົນຂອງປະຊາຊົນຫວຽດນາມ. ພ້ອມດຽວກັນນັ້ນການມາຢ້ຽມຢາມຫວຽດນາມ ຄັ້ງນີ້ຍັງເປັນພະຍານຫຼັກຖານໃຫ້ແກ່ນໍ້າໃຈມິດຕະພາບອັນຍາວນານລະຫວ່າງປະຊາຊົນບຸນກາຣີ ແລະປະຊາຊົນຫວຽດນາມ, ແມ່ນສັນຍາລັກໃຫ້ແກ່ອະນາຄົດທີ່ສົດໃສຂອງການພົວພັນສອງປະເທດ”.

ໂດຍ: ຈາງຫງວຽນ