ກະຊວງປ້ອງກັນປະເທດຫວຽດນາມ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ກປ.ອອນໄລ - ຕອນເຊົ້າວັນທີ 15 ມັງກອນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມາອວຍພອນສະຖານທູດລາວ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-1-1949 / 20-1-2025).
ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດມາຍັງເອກອັກຄະລັດຖະທູດ, ທີ່ປຶກສາທູດປ້ອງກັນຊາດ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປິຕິຊົມຊື່ນ ແລະເອກອ້າງທະນົງໃຈເມື່ອເຫັນວ່າ ໃນຕະຫຼອດໄລຍະ 76 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນ, ກໍ່ສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນທົ່ວໂລກ.
    |
 |
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕ້ອນຮັບທ່ານພົນໂທ ຮວ່າງຊວນຈ໊ຽນ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ຮັບການຊຸກຍູ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ-ລາວ.
ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈກະຊວງປ້ອງກັນປະເທດລາວ ໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນຜົນສຳເລັດລວມຂອງການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ ກໍຄືງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024; ສະແດງຄວາມຂອບໃຈຕໍ່ທ່ານນາງເອກອັກຄະລັດຖະທູດ, ທີ່ປຶກສາທູດປ້ອງກັນຊາດພ້ອມດ້ວຍພະນັກງານ, ພາລະກອນຂອງສະຖານທູດ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ ທີ່ໄດ້ເປັນຂົວຕໍ່ໃຫ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດ ເວົ້າສະເພາະ.
    |
 |
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ພາບ: qdnd.vn |
ສ່ວນທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ທ່ານນາງ ຄໍາເພົາ ເອີນທະວັນ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອກອງທັບປະຊາຊົນລາວ; ຊົມເຊີຍຜົນງານ ເຊິ່ງກອງທັບປະຊາຊົນຫວຽດນາມ ບັນລຸໄດ້. ທ່ານນາງ ຄໍາເພົາ ເອີນທະວັນ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ແລະມີຄວາມໝາຍຫຼາຍຢ່າງລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ; ເນັ້ນໜັກວ່າ, ການນຳຂັ້ນສູງຂອງສອງປະເທດ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.
ໂດຍ: ທູຈາງ