ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ກປ.ອອນໄລ - ຕອນບ່າຍວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ ມາປະຕິບັດງານຢູ່ຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ແລກປ່ຽນທີ່ການພົບປະ. ພາບ: qdnd.vn |
ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບການຕີລາຄາຈາກການນຳຂັ້ນສູງສອງປະເທດວ່າສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນສອງຝ່າຍ ຫວຽດນາມ-ລາວ. ພົ້ນເດັ່ນແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຍຸດທະສາດ, ການພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງກອງທັບສອງປະເທດນັບມື້ນັບໄດ້ຮັບການປັບປຸງອັນໝັ້ນແກ່ນ; ບັນດາຮູບການ, ກົນໄກຮ່ວມມືນັບມື້ນັບອຸດົມສົມບູນ, ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ; ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນສອງປະເທດໄດ້ຮັບການຮັບປະກັນ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດນັບມື້ນັບໄດ້ຖືເປັນສໍາຄັນທັງດ້ານຄຸນນະພາບ ແລະຈຳນວນ; ການຮ່ວມມືໃນການສ້າງກໍາລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ອຸດສາຫະກຳປ້ອງກັນຊາດນັບມື້ນັບມີຈຸດສຸມ ແລະມີປະສິດທິຜົນ.
ທ່ານພົນເອກ ຟານວັນຢາງ ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ ແລະຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດ ເວົ້າສະເພາະ.
    |
 |
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະພັນລະຍາ. ພາບ: qdnd.vn |
ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານພົນເອກ ຟານວັນຢາງ ໃນການປະຕິບັດງານຄັ້ງນີ້. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຖືວ່າ ໃນໄລຍະຜ່ານມາ, ສອງຝ່າຍບັນລຸໄດ້ບັນດາໝາກຜົນສຳຄັນ, ແທດຈິງໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ ແລະບັນດາເຫດການສາກົນທີ່ແຕ່ລະຝ່າຍຈັດຕັ້ງ, ຜ່ານນັ້ນປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ.
ໂດຍ: ກວ໊ຽດເຕິມ