ທີ່ການເຮັດວຽກ, ທ່ານນາງ Patricia Miralles ໄດ້ຮັບຮູ້ວ່າ ແຂວງດ້ຽນບຽນ ໄດ້ເຮັດວຽກງານສຶກສາປະຫວັດສາດໃຫ້ຄົນຮຸ່ນໜຸ່ມເປັນຢ່າງດີ, ຊ່ວຍໃຫ້ຄົນລຸ້ນຫຼັງບໍ່ລືມປະຫວັດສາດ, ແຕ່ກໍ່ມີມູມມອງທີ່ທ່ຽງທຳ ແລະເຫັນອົກເຫັນໃຈຄົນອື່ນ; ທ່ານນາງ ປາດຖະໜາຢາກວ່າ ສອງຝ່າຍຈະປະອະດີດຕະການໄວ້, ຮ່ວມມືກໍ່ສ້າງແຂວງດ້ຽນບຽນ ໃຫ້ນັບມື້ນັບພັດທະນາ.

leftcenterrightdel
ທ່ານນາງ Patricia Miralles ພ້ອມກັບບັນດາຜູ້ແທນໄປຢ້ຽມຢາມຫໍພິພິທະພັນປະຫວັດສາດ ດ້ຽນບຽນຝູ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Patricia Miralles ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຜູ້ຕາງໜ້າກອງທັບຝຣັ່ງ ຈະລົງນາມໃນຈົດໝາຍໄວ້ວາງໃຈກັບກອງທັບຫວຽດນາມ ດ້ວຍຫຼາຍເນື້ອໃນ, ຫົວຂໍ້ກ່ຽວຂ້ອງໂດຍກົງເຖິງນະຄອນ ດ້ຽນບຽນ. ໃນນັ້ນ, ດ້ຽນບຽນຝູ ແມ່ນຈຸດເຊື່ອມຕໍ່, ກ່ຽວຂ້ອງໂດຍກົງເຖິງທັງສອງຝ່າຍ, ດັ່ງນັ້ນຈະມີຫຼາຍໜ້າທີ່ວຽກງານຕ້ອງໄດ້ເຮັດ.

ບົນພື້ນຖານນັ້ນ, ສອງຝ່າຍພ້ອມກັນຮ່ວມມື, ກໍ່ສ້າງ ແລະຜັນຂະຫຍາຍບັນດາໂຄງການສົມທົບກັນ, ໜູນຊ່ວຍເພື່ອແນໃສ່ຫຼຸດຜ່ອນຄວາມເຈັບປວດໃນອະດີດ, ກໍ່ສ້າງແຂວງດ້ຽນບຽນ ໃຫ້ນັບມື້ນັບພັດທະນາ ແລະຮັດແໜ້ນການພົວພັນມິດຕະພາບລະຫວ່າງສອງປະເທດ.

ຕາງໜ້າການນຳແຂວງດ້ຽນບຽນ, ທ່ານ ເຈິ່ນກວກເກື່ອງ ເລຂາພັກແຂວງດ້ຽນບຽນ ມີຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນຢູ່ທ້ອງຖິ່ນໃນໂອກາດນີ້. ທ່ານ ເຈິ່ນກວກເກື່ອງ ຢືນຢັນວ່າການພົວພັນຮ່ວມມືມິດຕະພາບທີ່ສະໜິດແໜ້ນລະຫວ່າງຫວຽດນາມ ເວົ້າລວມ, ແຂວງດ້ຽນບຽນ ເວົ້າສະເພາະ ກັບ ຝຣັ່ງ ໃນຕະຫຼອດຫຼາຍປີຜ່ານມາ, ທ່ານ ເຈິ່ນກວກເກື່ອງ ກໍ່ໃຫ້ຮູ້ວ່າ: ມີຫຼາຍໂຄງການ, ຜະລິດຕະພັນທີ່ເປັນເອກະລັກຂອງແຂວງດ້ຽນບຽນ ມີສັນຍາລັກຂອງຝຣັ່ງ. ສືບທອດນໍ້າໃຈສະໜິດຕິດພັນນີ້, ປະຈຸບັນ, ທ້ອງຖິ່ນພວມຮັກສາ ແລະເສີມຂະຫຍາຍບັນດາແຫຼ່ງກຳລັງໜູນຊ່ວຍ, ຮ່ວມມືຂອງຝຣັ່ງ ໄດ້ດີທີ່ສຸດ.

ທ່ານ ເຈິ່ນກວກເກື່ອງ ຫວັງວ່າຈະສືບຕໍ່ໄດ້ຮັບຄວາມຮັກແພງ, ຄວາມເອົາໃຈໃສ່ທີ່ແທດຈິງຈາກຝຣັ່ງ ສໍາລັບດ້ຽນບຽນ; ພ້ອມທັງຫວັງເປັນພິເສດວ່າໃນໄລຍະຈະມາເຖິງ, ບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າດ້ຽນບຽນ ຄື: ກາເຟ, ໝາກມັກກາເດີມີ, ເຂົ້າສານ... ຈະໄດ້ໄປຂາຍຢູ່ຕະຫຼາດຝຣັ່ງ.

ໂດຍ: ຈາງຫງວຽນ