ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ການມາຢ້ຽມຢາມຫວຽດນາມ ຂອງທ່ານ Sébastien Lecornu ລັດຖະມົນຕີກະຊວງກອງທັບຝລັ່ງ ແມ່ນມີຄວາມໝາຍສຳຄັນທີ່ສຸດໄດ້ປະກອບສ່ວນເພີ່ມທະວີເຂົ້າໃນການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຝລັ່ງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກັບທ່ານລັດຖະມົນຕີ Sébastien Lecornu. ພາບ: qdnd.vn

ຕາມທ່ານລັດຖະມົນຕີ ຟານວັນຢາງ ແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝລັ່ງ ໃນໄລຍະຜ່ານມາໄດ້ພັດທະນາທັງລວງກວ້າງ ແລະລວງເລິກ, ມີຫຼາຍຮູບແບບໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດ. ທ່ານລັດຖະມົນຕີ ຟານວັນຢາງ ສະເໜີວ່າ ໄລຍະຈະມາເຖິງ ສອງຝ່າຍຄວນສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ສຸມໃສ່ບັນດາຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ອຸດສາຫະກຳປ້ອງກັນຊາດ…; ສອງຝ່າຍຕັ້ງໜ້າປຶກສາຫາລືນຳກັນເພື່ອເປັນເອກະພາບກ່ຽວກັບໂຄງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຝລັ່ງ ໄລຍະ 2025- 2028 ໂດຍໄວ.

ສ່ວນທ່ານລັດຖະມົນຕີ Sébastien Lecornu ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຮ່ວມມືແບ່ງປັນຄວາມຊົງຈຳທາງປະຫວັດສາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງສອງປະເທດ; ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝລັ່ງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ່ງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມຸ່ງໄປເຖິງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ.

ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຟາງ ແລະທ່ານລັດຖະມົນຕີ Sébastien Lecornu ໄດ້ລົງນາມໃນຈົດໝາຍເຈດຈຳນົງວ່າດ້ວຍການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຝລັ່ງ.

ຕອນເຊົ້າວັນດຽວກັນ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານນາງ Patricia Miralles ຮອງລັດຖະມົນຕີຮັບຜິດຊອບນັກຮົບເກົ່າ ແລະຄວາມຊົງຈໍາທາງສົງຄາມຝຣັ່ງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະກັບນທ່ານນາງ Patricia Miralles. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາວ່າ ໃນໄລຍະຜ່ານມາ, ນັບແຕ່ການເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຝລັ່ງ ຄັ້ງທີ 3 (ເດືອນທັນວາ 2023) ມາຮອດປະຈຸບັນ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ບົນພື້ນຖານໂຄງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຝະລັ່ງ ໃນປີ 2024, ສອດຄ່ອງກັບການກໍານົດທິດພັດທະນາການພົວພັນດ້ານປ້ອງກັນຊາດສອງຝ່າຍທີ່ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຄົ້ນຄວ້າ, ສຸມໃສ່ຊຸກຍູ້ບັນດາເນື້ອໃນຮ່ວມມືໃນຂົງເຂດແບ່ງປັນຄວາມຊົງຈຳທາງປະຫວັດສາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ສ່ວນທ່ານນາງ Patricia Miralles ກໍ່ໄດ້ແບ່ງປັນກັບທ່ານພົນໂທ ຮວ່າງຊວນຈ໊ຽນ ກ່ຽວກັບເນື້ອໃນການຮ່ວມມືແບ່ງປັນຄວາມຊົງຈໍາທາງປະຫວັດສາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຂອບໃຈຝ່າຍຫວຽດນາມ ທີ່ໄດ້ເຊື້ອເຊີນລັດຖະມົນຕີ Sébastien Lecornu ແລະທ່ານນາງ ມາຢ້ຽມຢາມ.

ໂດຍ: ທະນາພອນ