ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ວົງຄໍາ ພົມມະກອນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນຫົວໜ້າຄະນະຮ່ວມກັນ.

ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ-ລາວ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາ, ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ອາໄລຫາພົນເອກ ຫວໍງວຽນຢ໊າບ ແລະນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນ, ພໍ່ແມ່ປະຊາຊົນທີ່ໄດ້ສູ້ຮົບຢ່າງພິລະອາດຫານ, ເສຍສະຫຼະຊີວິດ ຢູ່ສະໜາມຮົບດ້ຽນບຽນຝູ.

ຂໍໃຫ້ດວງວິນຍານຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ມາອຸປະຖຳຄ້ຳຊູໃຫ້ພໍ່ແມ່ປະຊາຊົນມີຄວາມສຸກຄວາມຈະເລີນ, ປະເທດຊາດມີຄວາມສະຫງົບສຸກ; ປະເທດຫວຽດນາມ ແລະລາວ ຍືນຍົງຄົງຕົວ, ຮັ່ງມີເຂັ້ມແຂງ; ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ລຸ່ມນີ້ແມ່ນຮູບພາບຈຳນວນໜຶ່ງຂອງຄະນະທີ່ໄປຖະຫວາຍທູບທຽນອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສະໜາມຮົບດ້ຽນບຽນຝູ ແລະສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1.

leftcenterrightdel
ບັນດາຜູ້ແທນຮັບຟັງຜູ້ນຳທ່ຽວແນະນຳກ່ຽວກັບຄວາມໝາຍຂອງກິດຈະກຳ ຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສະໜາມຮົບດ້ຽນບຽນຝູ. ພາບ: ວັນຮ໊ຽວ
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄໍາ ພົມມະກອນ ຈູດທູບທຽນສະແດງຄວາມຮູ້ບຸນຄຸນ, ອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສະໜາມຮົບດ້ຽນບຽນຝູ. ພາບ: ວັນຮ໊ຽວ
leftcenterrightdel
ບັນດາຜູ້ແທນກົ້ມຫົວໄວ້ອາໄລ 1 ນາທີ ເພື່ອສະແດງຄວາມຮູ້ບຸນຄຸນນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສະໜາມຮົບດ້ຽນບຽນຝູ. ພາບ: ວັນຮ໊ຽວ
leftcenterrightdel
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ແລະລາວ ວາງພວງມາລາຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1. ພາບ: ວັນຮ໊ຽວ
leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ຈູດທູບທຽນສະແດງຄວາມຮູ້ບຸນຄຸນ, ອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1. ພາບ: ວັນຮ໊ຽວ
leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ແລະບັນດາຜູ້ແທນຈູດທູບທຽນສະແດງຄວາມຮູ້ບຸນຄຸນ, ອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1. ພາບ: ວັນຮ໊ຽວ

ໂດຍ: ເຈິ່ນຮວ່ຽນ