leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຍິນດີຕ້ອນຮັບທ່ານພົນໂທ ວົງຄໍາ ພົມມະກອນ ທີ່ມາເຂົ້າຮ່ວມການເຈລະຈາ. ພາບ: qdnd.vn.

ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄໍາ ພົມມະກອນ ເຫັນດີເປັນເອກະພາບໂດຍຕີລາຄາວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນດີງາມລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດໄດ້ສະແດງໃຫ້ເຫັນໃນທຸກຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ກົນໄກເຈລະຈາ, ປຶກສາຫາລື; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປຶກສາຫາລື, ສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນບັນດາກົນໄກໂດຍອາຊຽນ ເປັນຜູ້ຊັກຈູງ...

leftcenterrightdel
 ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn.

ເມື່ອແລກປ່ຽນກ່ຽວກັບສະພາບການຂອງໂລກ ແລະພາກພື້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຕີລາຄາສູງຕໍ່ບົດບາດສຳຄັນຂອງອາຊຽນ ໃນການກຳນົດ ແລະຮັກສາໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງບັນດາປະເທດສະມາຊິກ ກໍ່ຄືລະຫວ່າງອາຊຽນ ກັບຄູ່ຮ່ວມມື. ເຊື່ອໝັ້ນວ່າ, ໃນຖານະເປັນປະທານອາຊຽນ 2024, ລາວ ຈະປະຕິບັດກົນໄກຮ່ວມມືຢ່າງມີປະສິດທິຜົນ, ສ້າງຄວາມເຫັນດີເຫັນພ້ອມພາຍໃນກຸ່ມກ່ຽວກັບບັນຫາລວມເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສືບຕໍ່ນໍາອາຊຽນ ໃຫ້ພັດທະນາຢ່າງໝັ້ນຄົງ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 4. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄຳ ພົມມະກອນ ໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຄວນສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ. ໃນນັ້ນສຸມໃສ່ຂົງເຂດຕ່າງໆຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮ່ວມມືກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ; ການບໍາລຸງສ້າງ, ຝຶກອົບຮົມ; ພະລາທິການ-ເຕັກນິກ; ການຮ່ວມມືດ້ານເສດຖະກິດ ແລະການປ້ອງກັນຊາດ; ສະໜັບສະໜູນເຊິ່ງກັນແລະກັນຢູ່ກົນໄກຫຼາຍຝ່າຍ. ສະເໜີໃຫ້ຄະນະຊ່ຽວຊານກະຊວງປ້ອງກັນປະເທດສອງປະເທດປະຕິບັດວຽກງານສະຫຼຸບ, ຕີລາຄາໝາກຜົນການຜັນຂະຫຍາຍອະນຸສັນຍາ ໄລຍະ 2020-2024 ໃຫ້ເປັນຢ່າງດີ, ສະເໜີເອົາເນື້ອໃນຕ່າງໆເຂົ້າໃນອະນຸສັນຍາ ໄລຍະ 2025-2029, ລາຍງານຕໍ່ການນຳກະຊວງປ້ອງກັນປະເທດສອງປະເທດເພື່ອພິຈາລະນາ, ຕົກລົງ. ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກນະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 4.

ໂດຍ: ເຈິ່ນຮວ່ຽນ