ທີ່ການພົບປະເຈລະຈາ, ທ່ານພົນໂທ ຫງວຽນເຕິນເກືອງ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນແຫ່ງການຮ່ວມມືຮອບດ້ານ, ແທດຈິງ ແລະມີປະສິດທິຜົນລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ.

ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ໄດ້ສົມທົບກັນຜັນຂະຫຍາຍຫຼາຍໜ້າທີ່ການທະຫານ, ການປ້ອງກັນຊາດ, ການທູດຢ່າງຕັ້ງໜ້າ, ມີປະສິດທິຜົນ,  ເຂົ້າສູ່ລວງເລິກ, ແທດຈິງຕາມແຜນການຮ່ວມມືໃນແຕ່ລະປີ. ການຮ່ວມມືດ້ານປ້ອງກັນຊາດ ສືບຕໍ່ຢັ້ງຢືນແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນສອງຝ່າຍຫວຽດນາມ-ລາວ. ໃນນັ້ນ, ການຮ່ວມມືລະຫວ່າງທະຫານເຂດ, ທະຫານຊາຍແດນ ແລະກໍາລັງປົກປັກຮັກສາຊາຍແດນຂອງສອງປະເທດສືບຕໍ່ແມ່ນຈຸດພົ້ນເດັ່ນ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນໂທ ວົງຄຳ ພົມມະກອນ ທີ່ການພົບປະເຈລະຈາ. ພາບ: ຝຸ່ງເກືອງ

ສ່ວນທ່ານພົນໂທ ວົງຄຳ ພົມມະກອນ ໄດ້ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ໃຫ້ການສະໜັບສະໜູນ, ສົມທົບກັບກະຊວງປ້ອງກັນປະເທດລາວ ປະຕິບັດຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ຄື: ການຊ້ອມຮົບຮ່ວມໃນຂົງເຂດການແພດ ແລະກູ້ໄພ-ກູ້ຊີບ; ໂຄສະນາ, ຂົນຂວາຍປະຊາຊົນ ປະຕິບັດແນວທາງ, ນະໂຍບາຍ, ກົດໝາຍຂອງສອງພັກ, ສອງລັດຫວຽດນາມ ແລະລາວ ໄດ້ເປັນຢ່າງດີ; ການເຄື່ອນໄຫວແຮກສ່ຽວລະຫວ່າງບ້ານ-ບ້ານ, ຊ່ວຍເຫຼືອປະຊາຊົນຢູ່ເຂດຊາຍແດນລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະຫຼາຍກິດຈະກຳສາມັກຄີອື່ນ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍແຜນການຮ່ວມມືປີ 2024 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ-ລາວ ຢ່າງຮອບດ້ານ ແລະມີປະສິດທິຜົນ, ໃນນັ້ນແມ່ນສຸມໃສ່ບາງຂົງເຂດຈຸດສຸມ, ຄື: ແລກປ່ຽນນ້ຳໃຈໄມຕີຈິດມິດຕະພາບ, ເພີ່ມທະວີການຮ່ວມມື ແລະແລກປ່ຽນຂໍ້ມູນຂ່າວສານລະຫວ່າງກໍາລັງປ້ອງກັນຊາຍແດນຂອງສອງປະເທດ; ສົມທົບກັນລາດຕະເວນຮ່ວມ, ຕໍ່ສູ້ຕ້ານອາດຊະຍາກຳ,...

ກ່ອນໜ້ານັ້ນ, ຄະນະຜູ້ແທນການທະຫານຂັ້ນສູງຂອງສອງປະເທດຫວຽດນາມ ແລະລາວ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດກອງພັນໃຫຍ່ 52 ຢູ່ເມືອງມົກເຈົາ, ແຂວງເຊີນລາ.

ໂດຍ: ໄຊນີດາ