ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຂອບໃຈທ່ານ Sasakawa Yohei ແລະກອງທຶນສັນຕິພາບ Sasakawa ທີ່ໄດ້ເອົາໃຈໃສ່ ແລະປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ-ຍີ່ປຸ່ນ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນເອກ ຟານວັນຢາງ ຫວັງວ່າ ກອງທຶນສັນຕິພາບ Sasakawa ແລະໃນນາມສ່ວນຕົວທ່ານປະທານ ຈະສືບຕໍ່ເອົາໃຈໃສ່ຜັນຂະຫຍາຍການເຄື່ອນໄຫວຮ່ວມມື, ໜູນຊ່ວຍກັບ ຫວຽດນາມ ໃນຂົງເຂດການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນໃນຂົງເຂດທີ່ມີຄວາມໝາຍດ້ານມະນຸດສະທໍາ, ຄື: ການຊ່ວຍເຫຼືອຄົນພິການ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. 

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Sasakawa Yohei ທີ່ການຕ້ອນຮັບ. ພາບ: ມີ້ແຮ້ງ.

ກະຊວງປ້ອງກັນປະເທດຫວຽດນາມ ສະແດງຄວາມຊົມເຊີຍຕໍ່ຮູບການພົບປະແລກປ່ຽນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ, ໃນນັ້ນມີລາຍການພົບປະແລກປ່ຽນນາຍທະຫານຂັ້ນນາຍພັນ ຫວຽດນາມ-ຍີ່ປຸ່ນ ໂດຍກອງທຶນສັນຕິພາບ Sasakawa ໃຫ້ການໜູນຊ່ວຍ. ລາຍການດັ່ງກ່າວ ໄດ້ອຸປະຖຳໃຫ້ຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມຍີ່ປຸ່ນ ແລະຄະນະຜູ້ແທນຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ ໄດ້ 6 ຄັ້ງແລ້ວ.

ທີ່ການຕ້ອນຮັບ, ທ່ານປະທານກິດຕິມະສັກຂອງກອງທຶນສັນຕິພາບ Sasakawa ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນຂົງເຂດຕ່າງໆໃນໄລຍະຜ່ານມາ; ໂດຍຢືນຢັນວ່າ ການເຄື່ອນໄຫວ, ລາຍການຮ່ວມມືໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ. ທ່ານ Sasakawa Yohei ປາດຖະໜາຢາກ ພ້ອມກັບກອງທຶນສັນຕິພາບ Sasakawa ສືບຕໍ່ມີການເຄື່ອນໄຫວຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ. ກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ, ທ່ານ Sasakawa Yohei ໄດ້ເຫັນດີເປັນເອກະພາບໜູນຊ່ວຍເປີດກວ້າງການເຄື່ອນໄຫວພົບປະແລກປ່ຽນນາຍທະຫານຂັ້ນນາຍຮ້ອຍລະຫວ່າງສອງກອງທັບໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ