ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ດ່ວານບ໊າວແອັງ, ຮອງຜູ້ບັນຊາການທະຫານເຮືອເຂດ 3, ຫົວໜ້າຄະນະປະຕິບັດງານຂອງກຳປັ່ນໝາຍເລກ 20 ໄດ້ຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນທີ່ໄປນຳຄະນະ.

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ໝາກຜົນ ແລະຄວາມໝາຍຂອງການເຂົ້າຮ່ວມການຝຶກຊ້ອມ MILAN 2024 ຢູ່ອິນເດຍ, ສົມທົບກັບການແວ່ຢ້ຽມຢາມສັນຖະວະໄມຕີ ມາເລເຊຍ ຢ່າງເປັນທາງການຂອງກຳປັ່ນໝາຍເລກ 20?

ທ່ານພັນເອກພິເສດ ດ່ວານບ໊າວແອັງ: ສາມາດຢັ້ງຢືນວ່າ ກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ເຮັດສຳເລັດໜ້າທີ່ຢ່າງດີເລີດ, ບັນລຸໄດ້ຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃນການໄປປະຕິບັດງານຄັ້ງນີ້. ພິເສດ, ໃນຂອບເຂດການຝຶກຊ້ອມ MILAN 2024, ກໍາປັ່ນໝາຍເລກ 20 ໄດ້ເຂົ້າຮ່ວມເນື້ອໃນຕາມລາຍການຂອງປະເທດເຈົ້າພາບ ອິນເດຍ ກໍ່ຄືການເຄື່ອນໄຫວພາຍນອກຢ່າງຄົບຖ້ວນ ແລະສະເໝີພາບ; ປະຕິບັດຕາມກົດລະບຽບພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຂໍ້ກຳນົດກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານການເມືອງພາຍໃນຢ່າງເຂັ້ມງວດ ແລະມີຄວາມປອດໄພທຸກດ້ານ.

leftcenterrightdel
ການນຳກອງບັນຊາການທະຫານເຮືອເຂດ 3 ມອບຫຼຽນກາລູກເຮືອເດີນທະເລທາງໄກໃຫ້ແກ່ການນຳກຳປັ່ນໝາຍເລກ 20. ພາບ: ຫວູຮຸ່ງ

ການເຂົ້າຮ່ວມການຝຶກຊ້ອມ MILAN 2024 ແລະການແວ່ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງກຳປັ່ນໝາຍເລກ 20 ໄດ້ປະກອບສ່ວນຢັ້ງຢືນ ແລະຍົກສູງຖານະບົດບາດ, ທີ່ຕັ້ງຂອງທະຫານເຮືອປະຊາຊົນຫວຽດນາມ; ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບ ແລະທະຫານເຮືອຫວຽດນາມ ກັບກອງທັບ ແລະທະຫານເຮືອ ອິນເດຍ, ມາເລເຊຍ ກໍ່ຄືປະເທດຕ່າງໆ; ສ້າງຮູບພາບທີ່ສວຍງາມ, ໄມຕີຈິດມິດຕະພາບຂອງປະເທດ ແລະກອງທັບປະຊາຊົນຫວຽດນາມ ໃນສາຍຕາເພື່ອນມິດສາກົນ.

ນັກຂ່າວ: ຜ່ານການໄປປະຕິບັດງານຄັ້ງນີ້, ຄວາມສາມາດເດີນທະເລທາງໄກ ແລະເຂົ້າຮ່ວມການເຄື່ອນໄຫວສາກົນຂອງກຳປັ່ນໝາຍເລກ 20 ເວົ້າສະເພາະ, ທະຫານເຮືອເຂດ 3 ເວົ້າລວມໄດ້ສະແດງອອກຄືແນວໃດ?

ທ່ານພັນເອກພິເສດ ດ່ວານບ໊າວແອັງ: ເລື່ອງກຳປັ່ນໝາຍເລກ 20 ສຳເລັດການໄປປະຕິບັດງານຄັ້ງນີ້ດ້ວຍໄລຍະທາງໄປ ແລະກັບ ແມ່ນຮອດ 6.000 ໄມທະເລ ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຄວາມສາມາດໃນການເດີນທະເລທາງໄກຂອງກຳປັ່ນໝາຍເລກ 20 ແລະທະຫານເຮືອເຂດ 3 ຂອງຫວຽດນາມ. ນີ້ແມ່ນໝາກຜົນຂອງການສ້າງແຜນການຢ່າງລະອຽດ, ມີການກະກຽມຢ່າງຮອບຄອບຖີ່ຖ້ວນເພື່ອໃຫ້ກຳປັ່ນມີຄວາມສາມາດເຄື່ອນໄຫວຢ່າງເອກະລາດຢູ່ທະເລໃນເວລາຍາວ. ຄຽງຂ້າງກັນນັ້ນແມ່ນວຽກງານຈັດຕັ້ງບັນຊາ, ບໍລິຫານ ແລະດຳເນີນການສອດແນມ, ຝຶກແອບຢ່າງເຂັ້ມງວດໃນຕະຫຼອດວິວັດທະນາການເດີນທາງ, ພິເສດແມ່ນໃນໄລຍະທີ່ດິນຟ້າອາກາດບໍ່ສະດວກ...

leftcenterrightdel
ການນຳກອງບັນຊາການທະຫານເຮືອເຂດ 3 ຊົມເຊີຍກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທີ່ເຮັດສຳເລັດໜ້າທີ່ໃນການໄປປະຕິບັດງານຄັ້ງນີ້ເປັນຢ່າງດີ. ພາບ: ຫວູຮຸ່ງ

ໃນວິວັດທະນາການເຂົ້າຮ່ວມການຝຶກຊ້ອມ, ພະນັກງານ, ນັກຮົບກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບທະຫານເຮືອປະເທດເຈົ້າພາບ ອິນເດຍ ແລະປະເທດອື່ນ ເພື່ອເຮັດສຳເລັດເນື້ອໃນຝຶກຊ້ອມ, ຮັບປະກັນຄວາມປອດໄພຢ່າງເດັດຂາດຕໍ່ຊີວິດ ແລະອາວຸດ, ວັດຖຸອຸປະກອນເຕັກນິກ. ທີ່ກອງປະຊຸມ, ກອງປະຊຸມສໍາມະນາ, ການໂອ້ລົມສົນທະນາໃນຂອບເຂດການຝຶກຊ້ອມ, ພະນັກງານ, ນັກຮົບກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານສາມາດສື່ສານພາສາຕ່າງປະເທດໄດ້ເປັນຢ່າງດີ; ແລກປ່ຽນ, ແບ່ງປັນຄຳເຫັນຢ່າງສະເໝີພາບ; ສ້າງນ້ຳໃຈ ແລະຄວາມປະທັບໃຈອັນດີງາມກັບປະເທດເຈົ້າພາບກໍ່ຄືບັນດາປະເທດທີ່ມາເຂົ້າຮ່ວມການຝຶກຊ້ອມ.

ນັກຂ່າວ: ທະຫານເຮືອເຂດ 3 ຖອດຖອນໄດ້ບົດຮຽນໃດແດ່ເພື່ອກຽມພ້ອມປະຕິບັດການໄປປະຕິບັດງານຄືແນວນີ້ໃນໄລຍະຈະມາເຖິງ, ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ດ່ວານບ໊າວແອັງ: ການໄປປະຕິບັດງານຄັ້ງນີ້ແມ່ນບົດຮຽນປະສົບການອັນລ້ຳຄ່າ, ຊ່ວຍພະນັກງານ, ນັກຮົບກຳປັ່ນໝາຍເລກ 20 ແລະທະຫານເຮືອເຂດ 3 ຮັບຮູ້ໄດ້ວ່າ ທ່າອ່ຽງການຮ່ວມມື, ການເປີດກວ້າງການພົວພັນສາກົນແມ່ນຄວາມຈຳເປັນຢ່າງເດັດຂາດ, ບັນດາການເຄື່ອນໄຫວຫຼາຍຝ່າຍ ແລະການຝືກຊ້ອມທະຫານເຮືອສາກົນຈະໄດ້ຈັດຕັ້ງເປັນປະຈຳໃນໄລຍະຈະມາເຖິງ.

ການຝຶກຊ້ອມ MILAN 2024 ມີການເຂົ້າຮ່ວມຂອງທະຫານເຮືອຫຼາຍປະເທດ. ຍ້ອນເຫດນັ້ນ, ການເຂົ້າຮ່ວມການຝຶກຊ້ອມຄັ້ງນີ້ຊ່ວຍທະຫານເຮືອເຂດ 3 ມີບົດຮຽນປະສົບການໃນພຶດຕິກຳຕົວຈິງອັນລ້ຳຄ່າໃນວຽກງານບັນຊາ, ປະສານສົມທົບ ແລະຈັດຕັ້ງການຝືກຊ້ອມຢູ່ທະເລຕື່ມອີກ. ຄະນະປະຕິບັດງານກໍ່ໄດ້ບົດຮຽນຈາກປະເທດເຈົ້າພາບ ອິນເດຍ ຫຼາຍຢ່າງໃນການຈັດຕັ້ງການຝຶກຊ້ອມທີ່ມີຂະໜາດໃຫຍ່ຄືແນວນີ້.

ນອກຈາກນັ້ນ, ການຝຶກຊ້ອມ MILAN 2024 ຍັງແມ່ນກາລະໂອກາດເພື່ອໃຫ້ຖັນແຖວພະນັກງານ, ນັກຮົບທະຫານເຮືອເຂດ 3 ເພີ່ມທະວີການຝຶກແອບ, ຍົກສູງລະດັບດ້ານພາສາຕ່າງປະເທດ ແລະມີຄວາມສາມາດເຮັດວຽກໃນສະພາບແວດລ້ອມສາກົນ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ແສງເດືອນ