ກອງປະຊຸມມີການເຂົ້າຮ່ວມຂອງບັນດາສະມາຊິກສະພາບໍລິຫານ ແລະພະນັກງານ ຂຶ້ນກັບ 21 ປະເທດສະມາຊິກພ້ອມດ້ວຍແຂກຖືກເຊີນທີ່ມາຈາກ 10 ອົງການຈັດຕັ້ງການເດີນທະເລ, ສະມາຄົມຂົນສົ່ງທາງທະເລ, ສະຖາບັນຄົ້ນຄວ້າສາກົນ ແລະພາກພື້ນ.

ກອງປະຊຸມໄດ້ຕີລາຄາຜົນການເຄື່ອນໄຫວຂອງ ReCAAP ISC ໃນປີການເງິນ 2023, ກໍານົດແຜນການດໍາເນີນງານ ສໍາລັບປີການເງິນ 2024 ແລະຊຸມປີຕໍ່ໄປ; ຮັບຮອງເອົາຜົນການແຕ່ງຕັ້ງປະທານ ແລະຮອງປະທານສະພາບໍລິຫານອາຍຸການໃໝ່ ແລະຮຽກຮ້ອງຜູ້ສະໝັກເລືອກຕັ້ງເຂົ້າເປັນຜູ້ອໍານວຍການບໍລິຫານທີ 7 ຂອງ ReCAAP ISC; ຊົມເຊີຍຄວາມມານະພະຍາຍາມຂອງ ReCAAP ISC ໃນການເຈລະຈາ ແລະລົງນາມໃນຂໍ້ຕົກລົງຮ່ວມມືສາກົນກັບບັນດາຝ່າຍທີ່ກ່ຽວຂ້ອງ.

leftcenterrightdel
ກອງປະຊຸມສະພາບໍລິຫານສູນ ReCAAP ISC ຄັ້ງທີ 18 ທີ່ຈັດຂຶ້ນຢູ່ສິງກະໂປ ໃນລະຫວ່າງວັນທີ 13-15 ມີນາ. ພາບ: baotintuc.vn

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະພາຍນອກກັບການນຳກຳລັງປະຕິບັດກົດໝາຍທາງທະເລຂອງ ຟີລິບປິນ, ໄທ, ອິນໂດເນເຊຍ, ມາເລເຊຍ, ອິນເດຍ, ໄດ້ແລກປ່ຽນ ແລະແບ່ງປັນຂໍ້ມູນຂ່າວສານ ກໍຄືເຫັນດີເປັນເອກະພາບຈະພ້ອມກັນພະຍາຍາມຮ່ວມມືໃນການສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ ແລະປົກປັກຮັກສາສິ່ງແວດລ້ອມທາງທະເລ.

ໂດຍ: ທູຈາງ