leftcenterrightdel
 ຜູ້ແທນເຂົ້າຮ່ວມພິທີເປີດ. ພາບ: qdnd.vn

ເຂົ້າຮ່ວມຊຸດຝຶກອົບຮົມ, ເຊິ່ງແກ່ຍາວເຖິງວັນທີ 29 ມີນາ, ລວມມີອາຈານ, ຜູ້ປະສານງານ ແລະນັກສໍາມະນາກອນທັງໝົດ 64 ຄົນທີ່ມາຈາກບັນດາປະເທດໃນຂອບເຂດໂຄງການຮ່ວມມືດ້ານການຝຶກແອບການທະຫານ (MTCP) ຂອງການາດາ. ຊຸດຝຶກອົບຮົມແນໃສ່ປະກອບຄວາມຮູ້ ແລະທັກສະດ້ານວິຊາການກ່ຽວກັບວຽກງານເສນາທິການດ້ານການທະຫານ ສປຊ ຂັ້ນກອງບັນຊາການຄະນະປະຕິບັດງານໃຫ້ນາຍທະຫານຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືໃນຂອບເຂດໂຄງການ MTCP ເພື່ອກະກຽມຜັນຂະຫຍາຍການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

leftcenterrightdel
 ທ່ານພົນຕີ ຫງວຽນຈ້ອງບິ່ງ ກ່າວຄຳເຫັນທີ່ພິທີເປີດ.

ກ່າວຄຳເຫັນທີ່ພິທີເປີດ, ທ່ານພົນຕີ ຫງວຽນຈ້ອງບິ່ງ ໃຫ້ຮູ້ວ່າ ໃນຂະບວນການກະກຽມ ແລະຜັນຂະຫຍາຍກຳລັງເຂົ້າຮ່ວມພາລະກິດຮັກສາສັນຕິພາບ ສປຊ ໃນ 10 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ລໍ້າຄ່າຂອງ ການາດາ, ເປັນຕົ້ນແມ່ນໃນຂົງເຂດຝຶກອົບຮົມ, ບໍາລຸງສ້າງຍົກສູງກໍາລັງຄວາມສາມາດ. ຊຸດຝຶກອົບຮົມຄັ້ງນີ້ສະແດງໃຫ້ເຫັນສາຍພົວພັນຮ່ວມມືດ້ານປ້ອງກັນຊາດ ທີ່ນັບມື້ນັບພັດທະນາລະຫວ່າງສອງປະເທດໃນຂົງເຂດຮັກສາສັນຕິພາບ ສປຊ; ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ ເພື່ອປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນພາລະກິດລວມ.

leftcenterrightdel
ທ່ານ Shawn Steil ເອກອັກຄະລັດຖະທູດການາດາ ປະຈໍາ ຫວຽດນາມ ກ່າວຄຳເຫັນທີ່ພິທີເປີດ. ພາບ: qdnd.vn

ສ່ວນທ່ານເອກອັກຄະລັດຖະທູດ Shawn Steil ໃຫ້ຮູ້ວ່າ ໃນຊຸດຝຶກອົບຮົມ, ບັນດານັກສໍາມະນາກອນໄດ້ປະກອບຄວາມຮູ້ພື້ນຖານກ່ຽວກັບ ສປຊ ແລະການເຄື່ອນໄຫວຮັກສາສັນຕິພາບ; ໄຈ້ແຍກຕີລາຄາສະພາບການ, ຮຽບຮຽງຄຳສັ່ງສູ້ຮົບ, ສ້າງແຜນການສູ້ຮົບໂດຍອີງໃສ່ສະພາບການຕົວຈິງຢູ່ຄະນະປະຕິບັດງານ; ຝຶກອົບຮົມສັງລວມຢູ່ຮູບຈຳລອງກ່ຽວກັບການປະຕິບັດໜ້າທີ່ຂອງນາຍທະຫານເສນາທິການ ສປຊ.

ໂດຍ: ເຈິ່ນຮວ່ຽນ