ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ລາຍການໄດ້ຈັດຂຶ້ນໃນວັນທີ 5 ກຸມພາ ໄດ້ເຊື່ອມຕໍ່ກັບ 6 ບ່ອນ, ລວມມີ: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ຄະນະປະຕິບັດງານ UNISFA (ເຂດ Abyei), ຄະນະປະຕິບັດງານ UNMISS (ຊູດັງໃຕ້), ຄະນະປະຕິບັດງານ MINUSCA (ສ. ອາຟະລິກາກາງ) ແລະສຳນັກງານສະຫະປະຊາຊາດ (ນິວຢອກ, ອາເມລິກາ). ລາຍການໂດຍສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບສົມທົບກັບກົມຮັກສາສັນຕິພາບຫວຽດນາມ ຈັດຕັ້ງ. ເຂົ້າຮ່ວມຢູ່ຮ່າໂນ້ຍ ມີທ່ານພົນໂທ ຟຸ່ງສີເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າບັນດາອົງການຂຶ້ນກັບກະຊວງປ້ອງກັນປະເທດ, ຜູ້ຕາງໜ້າກະຊວງຕຳຫຼວດ ແລະພີ່ນ້ອງຂອງພະນັກງານ, ນາຍທະຫານບາງຄົນທີ່ພວມປະຕິບັດໜ້າທີ່ຢູ່ບໍລິເວນຄະນະປະຕິບັດງານ.

ທີ່ລາຍການ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບຂອງຂວັນຂອງທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ແກ່ກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນຂອງທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ແກ່ກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ພາບ: ຫວຽດຈູງ

ໄດ້ຮັບນ້ຳໃຈອັນອົບອຸ່ນຈາກແນວຫຼັງຍາມໃດກໍ່ແມ່ນແຫຼ່ງລະດົມກຳລັງໃຈ, ລະດົມຈິດໃຈອັນໃຫຍ່ຫຼວງໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ສາກົນ, ຕ້ອງຕ້ອນຮັບບຸນເຕັດຢູ່ຫ່າງໄກປະເທດ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກເພື່ອປະກອບສ່ວນນຳເອົາຄວາມສະຫງົບສຸກມາໃຫ້ນັບຫຼາຍລ້ານຄົນ. ນີ້ກໍ່ແມ່ນກາລະໂອກາດ ເພື່ອຫວນຄືນໄລຍະທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ຂອງຫວຽດນາມ ຜ່ານສາລະຄະດີ; ບັນດານັກຮົບໃສ່ໝວກເບເລສີຟ້າຫວຽດນາມ ມີຄວາມເອກອ້າງທະນົງໃຈຍ້ອນວ່າໄດ້ ແລະພວມປະຕິບັດພາລະບົດບາດຂອງ "ທູດສັນຕິພາບ", "ທູດວັດທະນະທໍາ" ແຜ່ຂະຫຍາຍຮູບພາບອັນດີງາມຂອງປະເທດ ແລະຊາວຫວຽດນາມ ອອກສູ່ໂລກ. ບັນດາໝາກຜົນສະຫະປະຊາຊາດ ແລະເພື່ອນມິດສາກົນໄດ້ຕີລາຄາສູງ, ປະກອບສ່ວນນຳມາເຊິ່ງສັນຕິພາບ, ນຳເອົາຊີວິດທີ່ດີງາມກວ່າມາໃຫ້ປະຊາຊົນຢູ້ບັນດາປະເທດພວມເກີດການປະທະກັນ.

ແບ່ງປັນທີ່ຮ່າໂນ້ຍ: ທ່ານພັນເອກພິເສດ ມາກດຶກຈ້ອງ, ຫົວໜ້າກອງຊ່າງແສງເລກ 1 ຫາກໍ່ສຳເລັດໜ້າທີ່ຢ່າງດີເດັ່ນຢູ່ຄະນະປະຕິບັດງານ UNISFA ກັບເມືອປະເທດໄດ້ຢັ້ງຢືນວ່າ ໄດ້ມີອາຍຸການໜຶ່ງທີ່ "ເປີດເສັ້ນທາງໄຊຊະນະ", ລື່ນກາຍຄາດໝາຍ, ເພື່ອສ້າງຄວາມປະທັບໃຈໃຫ້ປະຊາຊົນ Abyei.  ບັນດາແຂກຖືກເຊີນພິເສດແມ່ນຈາກຄະນະປະຕິບັດງານ UNISFA ແມ່ນລັດຖະມົນຕີກະຊວງສຶກສາ Abyei ແລະຄູອາຈານ Satino,  ຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍ Abyei-ບ່ອນທີ່ໄດ້ຮັບການຊ່ວຍເຫຼືອອັນໃຫຍ່ຫຼວງຂອງກົມກອງຊ່າງແສງຫວຽດນາມ. ແຂກຖືກເຊີນສອງຄົນລ້ວນແຕ່ສະແດງຄວາມຕື້ນຕັນໃຈທີ່ໄດ້ເຂົ້າຮ່ວມລາຍການເພື່ອມີກາລະໂອກາດໄດ້ສະແດງອາລົມຈິດ ແລະຄວາມຮູ້ບຸນຄຸນຕໍ່ກັບກອງຊ່າງແສງຫວຽດນາມ ແລະທ່ານພັນເອກພິເສດ ມາກດຶກຈ້ອງ ໄດ້ສະຫງວນການໜູນຊ່ວຍແທດຈິງ, ມີປະສິດທິຜົນໃຫ້ບັນດານັກຮຽນ ແລະໂຮງຮຽນຢູ່ Abyei. ຄູສອນ Satino ດີໃຈແຈ້ງວ່າລະບົບໄຟຟ້າ, ນ້ໍາປະປາ ເຊິ່ງກອງຊ່າງແສງເລກ 1 ມອບໃຫ້ໂຮງຮຽນຍັງເຄື່ອນໄຫວໄດ້ເປັນຢ່າງດີ. ທ່ານລັດຖະມົນຕີກະຊວງສຶກສາ Abyei ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກກົມກອງຫວຽດນາມ ຫຼາຍກວ່າອີກ ເພື່ອສ້າງຊີວິດທີ່ດີງາມກວ່າໃຫ້ປະຊາຊົນ.

ທ່ານພັນເອກພິເສດ ຫງວຽນຫວຽດຮຶງ, ຫົວໜ້າກອງຊ່າງແສງເລກ 2 ໃຫ້ຮູ້ວ່າ ໂດຍສືບທອດ ແລະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຂອງກົມກອງກ່ອນ, ກົມກອງພວມມານະພະຍາຍາມປະຕິບັດບັນດາໜ້າທີ່ດ້ານວິຊາການເພື່ອປັບປຸງພື້ນຖານໂຄງລ່າງຢູ່ Abyei ແລະຊ່ວຍເຫຼືອປະຊາຊົນທ້ອງຖິ່ນ. ທ່ານຮ້ອຍເອກ ບຸ່ຍດຶກວິງ ສັງກັດກອງຊ່າງແສງເລກ 2 ຕື້ນຕັນໃຈທີ່ໄດ້ໂອ້ລົມກັບເມຍ ແລະລູກສອງຄົນ ແລະແຂກຖືກເຊີນ ຂອງລາຍການຢູ່ຮ່າໂນ້ຍ ຜ່ານທາງອອນລາຍ. ສະຫາຍ ບຸ່ຍດຶກວິງ ເວົ້າວ່າຍາມໃດກໍ່ອຸ່ນອ່ຽນໃຈໃນການປະຕິບັດງານຍ້ອນວ່າມີແນວຫຼັງທີ່ໝັ້ນແກ່ນນັ້ນແມ່ນເມຍ ມີຄວາມຮັບຜິດຊອບແທນຜົວ ເພື່ອເບິ່ງແຍງດູແລຄອບຄົວ ແລະລູກເຕົ້າ.

ຈາກຈຸດເຊື່ອມຕໍ່ ສ. ອາຟະລິກາກາງ, ບັນດານັກຮົບໃສ່ໝວກເບເລສີຟ້າຫວຽດນາມ ສະແດງຄວາມຕື້ນຕັນໃຈທີ່ໄດ້ຮັບຄວາມເອົາໃຈໃສ່ ແລະນ້ຳໃຈອົບອຸ່ນຈາກພາຍໃນປະເທດເນື່ອງໃນໂອກາດບຸນປີໃໝ່ ແລະລະດູບານໃໝ່ວຽນມາ. ຊ່ວຍບັນເທົາຄວາມຄິດຮອດຄອບຄົວ ແລະບັນຍາກາດບຸນເຕັດທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ. ໜ່ວຍປະຕິບັດງານ ສ. ອາຟະລິກາກາງ ສ່ວນຫຼາຍແມ່ນບັນດາສະຫາຍທີ່ຫາກໍ່ມາປະຕິບັດໜ້າທີ່ບໍ່ຮອດໜຶ່ງເດືຶອນ.

ຢູ່ ຊູດັງໃຕ້, ເມື່ອເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ຂອງກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ບັນດາຄະນະປະຕິບັດງານ, ຖັນແຖວແພດໝໍໂຮງໝໍສະໜາມຂັ້ນ 2 ເລກ 5 ກໍ່ຕັ້ງໜ້າເຮັດວຽກງານກະກຽມຕ້ອນຮັບປີໃໝ່. ທ່ານ ປອ, ທ່ານໝໍ ຫງວຽນຮ່າງອັກ, ຜູ້ອຳນວຍການໂຮງໝໍໃຫ້ຮູ້ວ່າ ກົມກອງຈະຈັດຕັ້ງການຕ້ອນຮັບປີໃໝ່ມ່ວນຊື່ນໄປພ້ອມກັບເພື່ອນມິດສາກົນດ້ວຍຫຼາຍກິດຈະກຳການພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາ, ອາຫານການກິນ, ຫໍ່ເຂົ້າຕົ້ມເພື່ອມອບໃຫ້ກົມກອງເພື່ອນ, ເພື່ອແນະນຳຄວາມງາມວັດທະນະທຳບຸນເຕັດປະຈຳຊາດຂອງຫວຽດນາມ.

ຕາງໜ້າບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ແລະຕຳຫຼວດ ທີ່ພວມປະຕິບັດໜ້າທີ່ຢູ່ກົມເຄື່ອນໄຫວສັນຕິພາບສະຫະປະຊາຊາດ ຢູ່ສຳນັກງານນິວຢອກ, ທ່ານພັນໂທ ຫງວຽນງອັກຫາຍ, ນາຍຕຳຫຼວດປະຊາຊົນ ໃຫ້ຮູ້ວ່າ ບຸນເຕັດປະຈຳຊາດຂອງຫວຽດນາມ ໄດ້ຮັບຮູ້ວ່າແມ່ນໜຶ່ງໃນບັນດາຊຸມວັນບຸນທາງການຂອງສະຫະປະຊາຊາດ. ສະນັ້ນ, ພະນັກງານ, ນັກຮົບໃສ່ໝວກເບເລສີຟ້າຫວຽດນາມ ມີວັນພັກປະຈຳປີ ເພື່ອຕ້ອນຮັບບຸນເຕັດປະຈຳຊາດ.

ຮັບຟັງການແບ່ງປັນຂອງບັນດານັກຮົບໃສ່ໝວກເບເລສີຟ້າ ແລະເບິ່ງຮູບພາບການເຄື່ອນໄຫວຢູ່ບໍລິເວນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຄວາມພາກພູມໃຈກ່ຽວກັບໝາກຜົນການເຄື່ອນໄຫວ ແລະການເຕີບໂຕໂດຍໄວຂອງກຳລັງໃສ່ໝວກເບເລສີຟ້າຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະນັບມື້ນັບມີປະສິດທິຜົນໃນພາລະກຳຮັກສາສັນຕິພາບອັນສູງສົ່ງ. ໃນຕະຫຼອດ 10 ປີຜ່ານມາ, ມີພະນັກງານ, ນາຍ ແລະພົນຕຳຫຼວດ, ນາຍ ແລະພົນທະຫານເກືອບ 800 ຄົນ ໄດ້ຈັດສົ່ງໄປເຂົ້າຮ່ວມການເຄື່ອນໄຫວຢູ່ບັນດາຄະນະປະຕິບັດງານ. ນີ້ແມ່ນການຫັນແນວທາງພົວພັນຕ່າງປະເທດຂອງພັກ ແລະລັດ ເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເຊິ່ງກອງທັບ, ຕຳຫຼວດ ເດີນນຳໜ້າ ແລະໄດ້ສ້າງຂີດໝາຍທີ່ດີງາມເມື່ອກ້າວເຂົ້າສູ່ສະພາບແວດລ້ອມເຄື່ອນໄຫວສາກົນ, ນາໆຊາດ. ລະດົມກຳລັງໃຈພະນັກງານ, ນັກຮົບທີ່ພວມເຄື່ອນໄຫວຢູ່ບັນດາບໍລິເວນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ອວຍພອນກຳລັງຫວຽດນາມ ທີ່ພວມປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ ແລະຮັບປະກັນຄວາມປອດໄພ. ບັນດາກົມກອງຊ່າງແສງ ແລະໂຮງໝໍສະໜາມຂັ້ນ 2 ຄວນສືບຕໍ່ຜັນຂະຫຍາຍຫຼາຍກິດຈະກຳໜູນຊ່ວຍມະນຸດສະທຳຢູ່ບໍລິເວນ, ກົມກອງສາມັກຄີ, ປະຕິບັດບັນດາໜ້າທີ່ຢ່າງມີໄຊ.

ໂດຍ: ແສງເດືອນ