ທະຫານເຮືອປະຊາຊົນຫວຽດນາມ ປະຕິບັດສໍາເລັດໜ້າທີ່ການທູດປ້ອງກັນຊາດຢູ່ສິງກະໂປ ແລະຟີລິບປິນ
ກປ.ອອນໄລ - ຕອນເຊົ້າວັນທີ 18 ພຶດສະພາ, ກຳປັ່ນ 015-ເຈິ່ນຮືງດ້າວ ໄດ້ເຂົ້າທຽບທ່າກຳປັ່ນ ກາມແຣງ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມການເຄື່ອນໄຫວສາກົນຫຼາຍຝ່າຍຢູ່ສິງກະໂປ ແລະຟີລິບປິນ ຕາມແຜນການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ທ່ານພັນເອກພິເສດ ໂດ໋ມິງ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ເປັນປະທານພິທີຕ້ອນຮັບຄະນະຢູ່ທ່າກຳປັ່ນ.
    |
 |
ກຳປັ່ນ 015-ເຈິ່ນຮືງດ້າວ ເຂົ້າທຽບທ່າກຳປັ່ນ ກາມແຣງ, ສິ້ນສຸດການໄປປະຕິບັດງານ. ພາບ: qdnd.vn |
ກ່ອນໜ້ານັ້ນ, ກຳປັ່ນ 015-ເຈິ່ນຮືງດ້າວ ພ້ອມດ້ວຍຄະນະປະຕິບັດງານຜ່ານໄລຍະທາງກວ່າ 3.000 ໄມທະເລ ໄປຮອດສິງກະໂປ ແລະຟີລິບປິນ ເພື່ອເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ແລະການເດີນທະເລສາກົນ (IMDEX) 2023, ການຝຶກຊ້ອມເດີນທະເລອາຊຽນ - ອິນເດຍ (AIME), ການສວນສະໜາມທະຫານເຮືອບັນດາປະເທດອາຊຽນ (AFR) ແລະການຝຶກຊ້ອມຫຼາຍຝ່າຍທະຫານເຮືອບັນດາປະເທດອາຊຽນ ຄັ້ງທີ 2 (AMNEX-2)
ໃນການປະຕິບັດງານ, ກຳປັ່ນ 015-ເຈິ່ນຮືງດ້າວ ໄດ້ຮັບປະກັນໜ້າທີ່ຝຶກແອບການເດີນທະເລທາງໄກ, ຍົກສູງກໍາລັງຄວາມສາມາດຈັດຕັ້ງການບັນຊາປະສານສົມທົບ, ຄວາມສາມາດກຽມພ້ອມສູ້ຮົບ, ຄວາມສາມາດເປັນເຈົ້າຂອງອາວຸດຍຸດໂທປະກອນຂອງກອງທັບໃນເງື່ອນໄຂເຄື່ອນໄຫວໄລຍະຍາວຢູ່ທະເລ.
    |
 |
ທ່ານພັນເອກພິເສດ ໂດ໋ມິງ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ມອບຊໍ່ດອກໄມ້ໃຫ້ການນຳຄະນະປະຕິບັດງານ ແລະຜູ້ບັນຊາການກຳປັ່ນ 015-ເຈິ່ນຮືງດ້າວ. ພາບ: qdnd.vn |
ທີ່ການສະຫຼຸບຖອດຖອນບົດຮຽນການໄປປະຕິບັດງານຂອງຄະນະ, ການນຳຄະນະປະຕິບັດງານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກໃນຄະນະ ແລະພະນັກງານ, ການນຳ ແລະລູກເຮືອຂອງກຳປັ່ນ 015-ເຈິ່ນຮືງດ້າວ ໄດ້ຕັ້ງໜ້າເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ ແລະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ຜົນສຳເລັດຂອງການໄປປະຕິບັດງານໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອບັນດາປະເທດອາຊຽນ ແລະທະຫານເຮືອອິນເດຍ, ພ້ອມທັງຢັ້ງຢືນລະດັບຄວາມສາມາດ ຂອງກໍາລັງທະຫານເຮືອປະຊາຊົນຫວຽດນາມ.
ໂດຍ: ທູຈາງ