ທີ່ການຕ້ອນຮັບ, ສະຫາຍພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນ. ສະຫາຍພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງເລື່ອງກະຊວງປ້ອງກັນປະເທດສອງປະເທດ ໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022 ສໍາເລັດຜົນ.

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບພັນເອກ ວົງໄຊ ອິນທະຄໍາ. ພາບ: ຮວ່າງຫວູ

ສະຫາຍພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ບົນພື້ນຖານແຜນການຮ່ວມມືປີ 2023, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະກາດຄໍາສັ່ງມອບໜ້າທີ່ໃຫ້ບັນດາອົງການ, ກົມກອງໃນການຮ່ວມມືກັບບັນດາກົມກອງທຽບເທົ່າຂອງລາວ. ມາຮອດປະຈຸບັນ, ບັນດາອົງການ, ກົມກອງສອງຝ່າຍໄດ້ເປັນເຈົ້າການສົມທົບກັນຜັນຂະຫຍາຍ ແລະບັນລຸຜົນງານແທດຈິງຫຼາຍຢ່າງ.

ຄາດວ່າໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ຈະຈັດຕັ້ງການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 3 ແລະດໍາເນີນບາງການເຄື່ອນໄຫວຢູ່ນອກ. ສະຫາຍພົນໂທ ຮວ່າງຊວນຈ໊ຽນ ສະເໜີພັນເອກ ວົງໄຊ ອິນທະຄໍາ ສືບຕໍ່ສົມທົບກັນເປັນເສນາທິການໃຫ້ກະຊວງປ້ອງກັນປະເທດລາວ ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງສົມທົບກັບຝ່າຍຫວຽດນາມ ເພື່ອຜັນຂະຫຍາຍການປະຕິບັດ.

ສ່ວນສະຫາຍພັນເອກ ວົງໄຊ ອິນທະຄໍາ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ-ຫວຽດນາມ ໃນໄລຍະຜ່ານມາ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ພັນເອກ ວົງໄຊ ອິນທະຄໍາ ຢັ້ງຢືນວ່າ ໃນຖານະຕໍາແໜ່ງ, ໜ້າທີ່ຮັບຜິດຊອບຂອງຕົນຈະມານະພະຍາຍາມຊຸກຍູ້ຜັນຂະຫຍາຍການປະຕິບັດບັນດາໜ້າທີ່, ການເຄື່ອນໄຫວໃນປີ 2023, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ໂດຍ: ດັ້ງເກື່ອງ