ນີ້ແມ່ນການຢ້ຽມຢາມລາວ ຢ່າງເປັນທາງການຄັ້ງທຳອິດຂອງສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນຖານະຕຳແໜ່ງໃໝ່ ແລະສະຫາຍນາຍົກລັດຖະມົນຕີ ກໍ່ແມ່ນການນຳຕ່າງປະເທດຜູ້ທຳອິດ ມາຢ້ຽມຢາມລາວ ຢ່າງເປັນທາງການນັບແຕ່ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີລາວ.

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງສະໜິດຕິດພັນ, ມີແມ່ນ້ຳລຳເຊຕິດຈອດກັນ ແລະຕ່າງກໍ່ອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ປະຊາຊົນຫວຽດນາມ-ລາວ ມີການພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ, ສະໜິດຕິດພັນມາແຕ່ດົນນານ. ໃນໄລຍະທາງປະຫວັດສາດຂອງສອງຊາດ ຫວຽດນາມ-ລາວ, ໂດຍສະເພາະແມ່ນໃນໄລຍະກວ່າ 60 ປີ ນັບແຕ່ສອງປະເທດ ສ້າງຕັ້ງການພົວພັນທາງການທູດ (1962-2023), ນໍ້າໃຈສາມັກຄີມິດຕະພາບແບບພິເສດ ໂດຍ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ໄດ້ກາຍເປັນການພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ; ແມ່ນຊັບສົມບັດອັນລ້ຳຄ່າຂອງສອງພັກ, ສອງລັດ, ສອງຊາດ. ຄືດັ່ງຄຳປາໄສຂອງປະທານ ໄກສອນ ພົມວິຫານ ທີ່ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ, ໃນວັນທີ 15 ທັນວາ 1976 ເວົ້າວ່າ: "ໃນປະຫວັດສາດຂອງການປະຕິວັດໂລກ ກໍໄດ້ມີຫຼາຍແບບຢ່າງທີ່ເປັນແວ່ນແຍງໃຫ້ເຫັນເຖິງນໍ້າໃຈກໍາມະຊີບສາກົນ, ແຕ່ບໍ່ມີບ່ອນໃດ ແລະບໍ່ມີຄວາມສາມັກຄີໃດ, ສໍາພັນທະມິດຕໍ່ສູ້ໃດພິເສດ, ຍາວນານ ແລະຮອບດ້ານຄືການພົວພັນ ລາວ - ຫວຽດນາມ".

leftcenterrightdel
ພິທີຕ້ອນຮັບສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢູ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນສະຖານະການໂລກ ແລະພາກພື້ນພວມມີການຜັນແປສັບສົນ ແລະຄາດຄະເນໄດ້ຍາກ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ນຳມາເຊິ່ງປະສິດທິຜົນແທດຈິງ, ໃຫຍ່ຫຼວງໃຫ້ທັງສອງປະເທດ. ການພົວພັນດ້ານການເມືອງ ໄດ້ຖືເປັນສຳຄັນ, ມີບົດບາດຫຼັກແຫຼ່ງແກ່ນສານ, ກຳນົດທິດໃນການພົວພັນຮ່ວມມື; ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງພັກ, ສອງລັດ ສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ. ການຮ່ວມມືດ້ານເສດຖະກິດມີບາດກ້າວບຸກທະລຸ, ຫວຽດນາມ ພວມ ແລະຈະສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າກ່ຽວກັບການລົງທຶນ ແລະການຄ້າຂອງລາວ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ ແລະຮັກສາບົດບາດແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ ແລະເຂດຊາຍແດນລະຫວ່າງສອງປະເທດ. ການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ວັດທະນະທຳ-ການທ່ອງທ່ຽວ ສືບຕໍ່ໄດ້ຮັບການເອົາໃຈໃສ່; ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນສືບຕໍ່ໄດ້ຮັບການເພີ່ມທະວີ...

ໃນສອງປີຖືກຜົນກະທົບຈາກພະຍາດໂຄວິດ-19, ຫວຽດນາມ ແລະລາວ ໄດ້ຊ່ວຍເຫຼືອກັນທັງດ້ານຈິດໃຈ ແລະວັດຖຸ, ສະແດງໃຫ້ເຫັນມູນເຊື້ອ “ຮ່ວມທຸກຮ່ວມສຸກ”, “ເຂົ້າເມັດຫັກຜັກເສັ້ນດຽວກໍ່ບິແບ່ງປັນກັນ”, ພ້ອມແລ້ວທີ່ຈະແບ່ງປັນ ແລະຊ່ວຍເຫຼືອກັນຜ່ານຜ່າໂລກລະບາດໂດຍໄວເພື່ອຟື້ນຟູເສດຖະກິດ-ສັງຄົມ ແລະສືບຕໍ່ພັດທະນາແບບຍືນຍົງ... ບໍ່ວ່າຢູ່ໃນສະພາບການໃດ, ການນຳສອງປະເທດ ຍາມໃດກໍ່ຮ່ວມກັນມານະພະຍາຍາມນຳການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ແທດຈິງ.

“ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ແມ່ນປີຟົດຟື້ນພິເສດ, ມີໝາກຜົນທີ່ດີຫຼາຍຢ່າງ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນບັນດາກິດຈະກຳສະເຫຼີມສະຫຼອງບັນດາເຫດການສຳຄັນຂອງການພົວພັນ ຫວຽດນາມ-ລາວ, ຜ່ານນັ້ນໄດ້ແຜ່ຂະຫຍາຍນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດເຖິງປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ ແລະຊ່ວຍເພື່ອນມິດສາກົນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນແບບພິເສດ, ໃສແຈ້ງ ຫວຽດນາມ-ລາວ.

ໃນຄວາມເອກອ້າງທະນົງໃຈ, ປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ໃສແຈ້ງລະຫວ່າງສອງປະເທດ, ການຢ້ຽມຢາມລາວ ຢ່າງເປັນທາງການຂອງສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຄັ້ງນີ້ໄດ້ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດສູງສຸດຕໍ່ການປັບປຸງ ແລະເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ຟ້າມມິງຈິ໊ງ, ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ແລະປິດ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ຈະປະສົບຜົນສຳເລັດຢ່າງຈົບງາມ, ແມ່ນກຳລັງໜູນຊຸກຍູ້ການພົວພັນສອງປະເທດ ໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ແສງເດືອນ