ພົນໂທ ຫງວຽນເຕິນເກືອງ ຕ້ອນຮັບຜູ້ບັນຊາການທະຫານອາກາດລາວ
ກປ.ອອນໄລ - ຕອນບ່າຍວັນທີ 21 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ສະຫາຍພົນໂທ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບສະຫາຍພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດລາວ ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
    |
 |
ສະຫາຍພົນໂທ ຫງວຽນເຕິນເກືອງ ຕ້ອນຮັບສະຫາຍພົນຈັດຕະວາ ຄໍາເຫຼັກ ແສງພະຈັນ. ພາບ: ຮວ່າງຫວູ |
ທີ່ການຕ້ອນຮັບ, ສະຫາຍພົນໂທ ຫງວຽນເຕິນເກືອງ ໄດ້ຮັບຮູ້ ແລະຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດໃນໄລຍະຜ່ານມາ; ຢືນຢັນວ່າ ການນຳກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື; ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ບັນດາເນື້ອໃນສຳຄັນ, ຄື: ວຽກງານກໍ່ສ້າງພະນັກງານ, ແລກປ່ຽນບົດຮຽນປະສົບການ, ວິຊາສະເພາະ, ປະກອບສ່ວນກໍ່ສ້າງກຳລັງທະຫານອາກາດສອງປະເທດໃຫ້ນັບມື້ນັບພັດທະນາໝັ້ນຄົງເຂັ້ມແຂງ.
    |
 |
ສະຫາຍພົນໂທ ຫງວຽນເຕິນເກືອງ ມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍພົນຈັດຕະວາ ຄໍາເຫຼັກ ແສງພະຈັນ. ພາບ: ຮວ່າງຫວູ |
ສະຫາຍພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ແຈ້ງໃຫ້ພົນໂທ ຫງວຽນເຕິນເກືອງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນກັບສະຫາຍພົນຕີ ຫວູວັນຄາ, ຮັກສາການຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ; ພ້ອມທັງ, ຂອບໃຈກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ແລະເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ ຫວຽດນາມ ໃນໄລຍະຜ່ານມາໄດ້ໜູນຊ່ວຍການບຳລຸງສ້າງ ແລະຝຶກອົບຮົມໃຫ້ແກ່ພະນັກງານໃຫ້ທະຫານອາກາດລາວ.
ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ສະຫາຍພົນຕີ ຫວູວັນຄາ ໄດ້ມີການເຮັດວຽກກັບສະຫາຍພົນຈັດຕະວາ ຄໍາເຫຼັກ ແສງພະຈັນ. ທີ່ການເຮັດວຽກ, ສອງຝ່າຍຕີລາຄາວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນຫຼາຍຂົງເຂດ; ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນສຸມໃສ່ຝຶກແອບອົບຮົມ - ບຳລຸງສ້າງພະນັກງານ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ...
ໂດຍ: ທະນາພອນ