ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີປ້ອງກັນປະເທດ ສອງປະເທດ ໄດ້ດຳເນີນການພົບປະເຈລະຈາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບ ຖືວ່າ ໃນໄລຍະຜ່ານມາ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະສະໜັບສະໜູນເຊິ່ງກັນ ແລະກັນ, ການພົວພັນລະຫວ່າງສອງປະເທດ ໄດ້ພັດທະນາຮອບດ້ານ, ແທດຈິງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການສຶກສາ ແລະການລົງທຶນ. .

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ບົນພື້ນຖານ “ຂໍ້ຕົກລົງລະຫວ່າງສອງລັດຖະບານ ຫວຽດນາມ - ມົງໂກນ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ” ທີ່ໄດ້ລົງນາມໃນປີ 2019, ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ມານະພະຍາຍາມເພີ່ມທະວີການຮ່ວມມື ແລະຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບແລ້ວຢ່າງມີປະສິດທິຜົນ ຄື: ຮັກສາການພົບປະຂັ້ນສູງ ແລະການແລກປ່ຽນທຸກຂັ້ນ; ຍົກສູງຄຸນນະພາບ ແລະປະສິດທິຜົນໃນການຮ່ວມມືດ້ານກໍ່ສ້າງກວ່າອີກ; ການຮ່ວມມືໃນຂົງເຂດການແພດທະຫານ, ສິລະປະວັດທະນະທຳ, ກິລາການທະຫານ ແລະແລກປ່ຽນບົດຮຽນໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ...

ສອງຝ່າຍກໍ່ໄດ້ແບ່ງປັນການຕີລາຄາກ່ຽວກັບສະພາບການໂລກ ແລະພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍມີຄວາມສົນໃຈ, ໃນນັ້ນ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກ, ບໍ່ພຽງແຕ່ສຳລັບບັນດາປະເທດທີ່ມີທະເລເທົ່ານັ້ນ ຫາກນັບທັງບັນດາປະເທດບໍ່ມີທະເລ ອີກດ້ວຍ.

ໂດຍ: ທະນາພອນ