ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ລັດຖະມົນຕີສອງທ່ານໄດ້ດໍາເນີນການພົບປະເຈລະຈາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Richard Donald Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ ກວດແຖວກຽດຕິຍົດ. ພາບ: ຈ້ອງຫາຍ

ທີ່ການພົບປະເຈລະຈາ, ຄຽງຄູ່ກັບການຕີລາຄາສະພາບການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດໃນໄລຍະຜ່ານມາແລ້ວ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດໃຫ້ມີປະສິດທິຜົນ, ຮັບປະກັນເໝາະສົມກັບການພົວພັນຂອງສອງປະເທດໃນໄລຍະພັດທະນາໃໝ່. ໃນນັ້ນ, ສຸມໃສ່ບັນດາຂົງເຂດຈຸດສຸມຄື ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະບັນດາກົນໄກປຶກສາຫາລືທີ່ພວມຜັນຂະຫຍາຍໃຫ້ມີປະສິດທິຜົນ; ຊຸກຍູ້ການຮ່ວມມືບຳລຸງສ້າງ; ເສນາຮັກ; ຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຄົ້ນຄ້ວາຄວາມສາມາດເປີດກ້ວາງການຮ່ວມມືໃນບັນດາຂົງເຂດເຊິ່ງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນ ແລະມີຄວາມຕ້ອງການ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຈ້ອງຫາຍ

ກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ຫວຽດນາມ ສະເໜີໃຫ້ ອົດສະຕາລີ ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງສູນຝຶກແອບຮັກສາສັນຕິພາບຫວຽດນາມ; ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າບັນດາຕຳແໜ່ງຂັ້ນສູງຂອງຄະນະປະຕິບັດງານ ແລະຢູ່ສຳນັກງານ ສປຊ.

ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ແບ່ງປັນ, ຕີລາຄາສະພາບການໂລກ ແລະພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍມີຄວາມສົນໃຈ, ໃນນັ້ນມີຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມໄວ້ເນື້ອເຊື່ອໃຈ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ, ຖືເປັນສຳຄັນບົດບາດໃຈກາງຂອງອາຊຽນ; ເຫັນດີສືບຕໍ່ເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ ແລະເວທີປາໄສຫຼາຍຝ່າຍ.

ໂດຍ: ທະນາພອນ