ທີ່ກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ  ໃນປີຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດບັນລຸໄດ້ໝາກຜົນສໍາຄັນຫຼາຍດ້ານ.

leftcenterrightdel
ບັນຍາກາດທີ່ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ສິງກະໂປ ຄັ້ງທີ 13. ພາບ: qdnd.vn

ປີ 2023, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ບົນພື້ນຖານນັ້ນ, ໃນໄລຍະຈະມາເຖິງ, ສອງຝ່າຍກໍ່ເຫັນດີເປັນເອກະສັນນໍາກັນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບາງຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນມີກົນໄກເຈລະຈານະໂຍບາຍປ້ອງກັນຊາດ ຈະໄດ້ຮັບການເພີ່ມເຕີມທາບທາມ, ການຮ່ວມມືລະຫວ່າງບັນດາອົງການຄົ້ນຄວ້າກ່ຽວກັບການປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດສອງປະເທດ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ; ການຮ່ວມມື, ແລກປ່ຽນລະຫວ່າງກໍາລັງທະຫານເຮືອ, ທະຫານອາກາດ, ຕໍາຫຼວດທະເລຂອງສອງປະເທດ...

leftcenterrightdel
ສອງຝ່າຍລົງນາມແຜນການຮ່ວມມື ໄລຍະ 2023-2025. ພາບ: qdnd.vn

ກ່ຽວກັບສະພາບການຢູ່ໃນໂລກ ແລະພາກພື້ນ, ສອງຝ່າຍເຫັນດີວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງພາກພື້ນ, ຊຸກຍູ້ການໂອ້ລົມສົນທະນາ ແລະການຮ່ວມມືລະຫວ່າງບັນດາປະເທດພາຍໃນພາກພື້ນກໍ່ຄືກັບບັນດາປະເທດຄູ່ຮ່ວມມືພາຍນອກ ເພື່ອສັນຕິພາບ, ສະຖຽນະພາບຂອງພາກພື້ນ ແລະໂລກ.

ໃນຂອບເຂດການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ສິງກະໂປ, ສອງຝ່າຍໄດ້ລົງນາມແຜນການຮ່ວມມື ໄລຍະ 2023-2025.

ໂດຍ: ທູຈາງ