leftcenterrightdel
ສະຫາຍພົນຈັດຕະວາ ຟ້າມເຈື່ອງເຊີນ ຕ້ອນຮັບສະຫາຍພົນຕີ ປະສິດ ທ່ຽງທໍາ. ພາບ: qdnd.vn

ທີ່ການຕ້ອນຮັບ, ສະຫາຍພົນຈັດຕະວາ ຟ້າມເຈື່ອງເຊີນ ເນັ້ນໜັກວ່າ, ການຢ້ຽມຢາມຂອງຄະນະຜູ້ແທນມີຄວາມໝາຍສໍາຄັນ, ປະກອບສ່ວນຫັນບັນດາຄວາມຮັບຮູ້ລວມລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໃຫ້ປະກົດຜົນເປັນຈິງ ກໍ່ຄືເຮັດໃຫ້ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວເລິກເຊິ່ງກວ່າອີກ. ເນັ້ນໜັກວ່າການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນຂອງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ, ສະຫາຍພົນຈັດຕະວາ ຟ້າມເຈື່ອງເຊີນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອົງການ, ກົມກອງຂອງສອງຝ່າຍໃນການຜັນຂະຫຍາຍບັນດາໜ້າທີ່ຮ່ວມມືໃນສະພາບການໂລກລະບາດ. ສະຫາຍພົນຈັດຕະວາ ຟ້າມເຈື່ອງເຊີນ ຢືນຢັນວ່າ ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາອົງການຂອງສອງຝ່າຍເພີ່ມທະວີການຮ່ວມມື.

leftcenterrightdel
ສະຫາຍພົນຈັດຕະວາ ຟ້າມເຈື່ອງເຊີນ  ແລະສະຫາຍພົນຕີ ປະສິດ ທ່ຽງທໍາ. ພາບ: qdnd.vn

ສ່ວນສະຫາຍພົນຕີ ປະສິດ ທ່ຽງທໍາ ໃຫ້ຮູ້ວ່າ ການຢ້ຽມຢາມຂອງຄະນະຜູ້ແທນແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977 / 18-7-2022) ລະຫວ່າງສອງປະເທດ. ສະຫາຍພົນຕີ ປະສິດ ທ່ຽງທໍາ ແຈ້ງໃຫ້ສະຫາຍພົນຈັດຕະວາ ຟ້າມເຈື່ອງເຊີນ ຮັບຊາບກ່ຽວກັບລາຍການເຄື່ອນໄຫວຂອງຄະນະຢູ່ຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍຢ່າງມີປະສິດທິຜົນແມ່ນການປະກອບສ່ວນຢ່າງລະອຽດ, ເຮັດໃຫ້ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ເລິກເຊິ່ງກວ່າອີກ.

ໂດຍ: ທະນາພອນ