leftcenterrightdel
ພິທີເປີດຊຸດຝຶກອົບຮົມວິຊາການປະຫວັດສາດການທະຫານໃຫ້ພະນັກງານກອງທັບລາດຊະວົງກໍາປູເຈຍ, ປີ 2022. ພາບ: ມີງເງິນ

ຊຸດຝຶກອົບຮົມແນໃສ່ບໍາລຸງ, ຍົກສູງຄວາມຮູ້ພື້ນຖານ, ວິທີການ ແລະບົດຮຽນໃນການຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມ, ວຽກງານຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃຫ້ພະນັກງານປະຕິບັດວຽກງານຄົ້ນຄວ້າ, ຄຸ້ມຄອງຂະແໜງປະຫວັດສາດການທະຫານໂດຍກົງ. ນີ້ແມ່ນເນື້ອໃນພື້ນຖານ, ເພື່ອເປັນພື້ນຖານໃຫ້ພວກເພື່ອນກັບຄືນປະເທດນໍາໃຊ້ເຂົ້າວຽກງານຄົ້ນຄວ້າວິທະຍາສາດຂະແໜງປະຫວັດສາດການທະຫານໃນອົງການ, ກົມກອງ, ທ້ອງຖິ່ນປະຕິບັດງານ.

ໃນໄລຍະ 1 ເດືອນ, ນັກສໍາມະນາກອນ 25 ຄົນໄດ້ແນະນໍາ, ຄົ້ນຄວ້າ 13 ຫົວເລື່ອງ, 3 ບົດຝຶກງານ ແລະ 1 ບົດເກັບກ່ຽວ. ຄຽງຂ້າງນັ້ນ, ບັນດານັກສໍາມະນາກອນຈະໄດ້ໄປທັດສະນະຕົວຈິງຢູ່ບັນດາປູຊະນີຍະສະຖານ, ສະຖານທີ່ປະຫວັດສາດຂອງຫວຽດນາມ ໃນນະຄອນໂຮ່ຈີມິນ ແລະແຂວງດົ່ງນາຍ. ແຕ່ປີ 2013 ມາຮອດປະຈຸບັນ, ສະຖາບັນປະຫວັດສາດການທະຫານໄດ້ເປີດ 8 ຊຸດຝຶກອົບຮົມວິຊາການປະຫວັດສາດການທະຫານໃຫ້ພະນັກງານກອງທັບລາດຊະວົງກໍາປູເຈຍ 196 ຄົນ. ຈໍານວນພະນັກງານດັ່ງກ່າວພາຍຫຼັງກັບຄືນປະເທດໄດ້ນໍາໃຊ້ຄວາມຮູ້ພື້ນຖານເຂົ້າໃນການເຄື່ອນໄຫວຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຜົນການຮໍ່າຮຽນ ແລະປະຕິບັດງານຢ່າງແທດຈິງ.

ໂດຍ: ເຈິ່ນຮວ່ຽນ