leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ວັນຮ໊ຽວ.

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາວ່າ ໃນໄລຍະຜ່ານມາ, ກອງທັບສອງປະເທດຫາກໍ່ດໍາລົງບົດບາດສຳຄັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ແຕ່ລະປະເທດ, ຫາກໍ່ສົມທົບກັນຜັນຂະຫຍາຍໜ້າທີ່ການທະຫານ, ປ້ອງກັນຊາດບັນລຸໝາກຜົນສຳຄັນ, ມີປະສິດທິຜົນຕາມແຜນການຮ່ວມມືແຕ່ລະປີ. ສອງຝ່າຍກໍ່ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສືບຕໍ່ໄດ້ຮັບການຊຸກຍູ້ການຮ່ວມມືກໍ່ສ້າງ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງທັນການສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

leftcenterrightdel
 ທ່ານພົນຕີ ຫງວຽນວັນເຫງັຍ ຕ້ອນຮັບທ່ານພົນເອກ Hun Manet. ພາບ: ວັນຮ໊ຽວ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເນັ້ນໜັກວ່າບັນດາທະຫານເຂດ, ກໍາລັງປ້ອງກັນຊາຍແດນສອງປະເທດຄວນສືບຕໍ່ຮັກສາກົນໄກການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານຢ່າງມີປະສິດທິຜົນ; ພ້ອມແລ້ວທີ່ຈະສົມທົບກັນຮັບມືກັບໄພທໍາມະຊາດ, ໂລກລະບາດ ແລະບັນຫາຄວາມໝັ້ນຄົງແບບໃໝ່; ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຊາຍແດນສອງປະເທດ. ດ້ານອື່ນ, ສອງຝ່າຍຢັ້ງຢືນຖືເປັນສໍາຄັນການຮ່ວມມືກໍ່ສ້າງ, ຝຶກອົບຮົມ, ກໍານົດນີ້ແມ່ນບັນຫາຍຸດທະສາດສໍາຄັນຍາວນານ; ຊຸກຍູ້ການຜັນຂະຫຍາຍເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງກອງທັບສອງປະເທດ.

ໂດຍ: ເຈິ່ນຮວ່ຽນ