ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກເຖິງການສົມທົບກັນເປັນເຈົ້າການ, ມີປະສິດທິຜົນຂອງກອງທັບສອງປະເທດ ໃນການຜັນຂະຫຍາຍແຜນການຮ່ວມມືປີ 2022 ແລະບັນດາເນື້ອໃນການແລກປ່ຽນ, ຄວາມເຫັນດີເປັນເອກະພາບລະຫວ່າງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະຜູ້ບັນຊາການສູງສຸດກອງທັບລາດຊະວົງກໍາປູເຈຍ ໃນເດືອນມີນາ ຜ່ານມາ.

ພົ້ນເດັ່ນແມ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ກໍາລັງປ້ອງກັນຊາຍແດນ ໄດ້ຕັ້ງໜ້າເປັນເຈົ້າການສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກໍາ, ຊຸກຍູ້ຮູບແບບແຮກສ່ຽວ, ແກ້ໄຂບັນດາບັນຫາເກີດຂຶ້ນຈາກຮາກຖານຢ່າງເຖິງຖອງ; ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຫຼາຍຝ່າຍ, ໃນນັ້ນມີບັນດາກອງປະຊຸມການທະຫານ, ການປ້ອງກັນຊາດໃນອາຊຽນ ໃນປີປະເທດກຳປູເຈຍ ຮັບດໍາລົງຕໍາແໜ່ງປະທານອາຊຽນ 2022.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນເອກ Hun Manet. ພາບ: qdnd.vn

ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງກໍາລັງກອງທັບສອງປະເທດ ໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານຜ່ານການຝຶກຊ້ອມກູ້ໄພກູ້ຊີບ, ຕ້ານການກໍ່ການຮ້າຍ, ຖືເປັນສໍາຄັນການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມໃຫ້ນາຍທະຫານໜຸ່ມ, ຊາວໜຸ່ມໃນກອງທັບກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດ, ປະຊາຊົນ ແລະກອງທັບສອງປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Hun Manet. ພາບ: qdnd.vn

ສ່ວນທ່ານພົນເອກ Hun Manet ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນອັນດີງາມລະຫວ່າງກອງທັບສອງປະເທດ ຈະສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນກວ່າອີກ, ປະກອບສ່ວນເຂົ້າສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບຍືນຍົງ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ຫວຽດນາມ-ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ.

ໂດຍ: ທູຈາງ