leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້ ຕ້ອນຮັບທ່ານ Gennady Stepanovich Bezdetko. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ຢັ້ງຢືນວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ມານະພະຍາຍາມປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີໃນການຮັກສາ, ພັດທະນາການພົວພັນຫວຽດນາມ-ສະຫະພັນລັດເຊຍ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ປາດຖະໜາວ່າ ສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ຈະສືບຕໍ່ໜູນຊ່ວຍໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສຳຜັດກັບເຫດການສະຖານະການທີ່ດໍາເນີນຢູ່ສະຫະພັນລັດເຊຍ ແລະເຫດການໂດຍສະຖານທູດສະຫະພັນລັດເຊຍ ຈັດຕັ້ງຢູ່ຫວຽດນາມ; ເພີ່ມທະວີການພົບປະແລກປ່ຽນ, ຮ່ຳຮຽນ, ແລກປ່ຽນບົດຮຽນ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ.

leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້ ມອບຮູບພາບໃຫ້ທ່ານ Gennady Stepanovich Bezdetko. ພາບ: qdnd.vn

ສ່ວນທ່ານ Gennady Stepanovich Bezdetko ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືລະຫວ່າງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ໃນຊຸມປີຜ່ານມາ. ທ່ານ Gennady Stepanovich Bezdetko ຢັ້ງຢືນວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ໃນຖານະເປັນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ - ສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ; ບໍ່ພຽງແຕ່ສວມບົດບາດສຳຄັນທາງດ້ານຊີວິດການເມືອງຂອງປະເທດເທົ່ານັ້ນ ຫາກຍັງສະໜອງຂໍ້ມູນຂ່າວສານພາວະວິໄສ, ມິດຕະພາບກ່ຽວກັບສະພາບການຢູ່ສະຫະພັນລັດເຊຍ ອີກດ້ວຍ. ທ່ານ Gennady Stepanovich Bezdetko ເນັ້ນໜັກວ່າ ສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນ ແລະສະໜອງຂໍ້ມູນຂ່າວສານກັບໜັງສືພິມກອງທັບປະຊາຊົນຫວຽດນາມ, ຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຕື່ມອີກ.

ໂດຍ: ເຈິ່ນຮວ່ຽນ