ງານວາງສະແດງ SEDEC-2022 ມີການເຂົ້າຮ່ວມຂອງກວ່າ 300 ວິສາຫະກິດອຸດສາຫະກໍາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ທີ່ມາຈາກ 51 ປະເທດ, ໃນນັ້ນມີຫວຽດນາມ. ງານວາງສະແດງຄັ້ງນີ້ ລວມມີການເຄື່ອນໄຫວ, ຄື: ວາງສະແດງ ແລະແນະນໍາຜະລິດຕະພັນ, ກອງປະຊຸມສໍາມະນາກ່ຽວກັບຫົວເລື່ອງສະເພາະຄວາມໝັ້ນຄົງຢູ່ພາຍໃນປະເທດ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ຄວາມໝັ້ນຄົງໃນການສື່ສານ ແລະຄວາມໝັ້ນຄົງທາງອິນເຕີແນັດ...

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງອຸດສາຫະກໍາປ້ອງກັນຊາດ SEDEC-2022. ພາບ: qdnd.vn

ໃນໂອກາດໄປປະຕິບັດງານ, ທ່ານພົນຕີ ຝຸ່ງຊີ໊ເຕິ໊ນ ໄດ້ມີການພົບປະ, ເຮັດວຽກກັບທ່ານ Ismail Demir, ປະທານອົງການອຸດສາຫະກໍາປ້ອງກັນຊາດຕວກກີ ແລະທ່ານນາງ Hilal Unal, ຫົວໜ້າຄະນະຈັດຕັ້ງງານວາງສະແດງ  SEDEC-2022  ເພື່ອແລກປ່ຽນກ່ຽວກັບບົດຮຽນໃນການຈັດຕັ້ງງານວາງສະແດງສາກົນ, ລະດົມບັນດາອົງການກ່ຽວຂ້ອງ ແລະວິສາຫະກິດອຸດສາຫະກໍາປ້ອງກັນຊາດຂອງຕວກກີ ກໍ່ຄືບັນດາປະເທດເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຄັ້ງທີ 1 ຢູ່ຫວຽດນາມ ໃນເດືອນທັນວາ ຈະມາເຖິງ. ນອກຈາກນີ້, ຄະນະປະຕິບັດງານ ຍັງເຂົ້າຮ່ວມບັນດາກອງປະຊຸມສໍາມະນາ ໃນຂອບເຂດງານວາງສະແດງ ແລະຢ້ຽມຊົມຮ້ານວາງສະແດງຂອງບັນດາວິສາຫະກິດອຸດສາຫະກໍາປ້ອງກັນຊາດຂອງຕວກກີ, ພ້ອມທັງເຊີນມາວາງສະແດງທີ່ງານວາງສະແດງປ້ອງກັນຊາດສາກົນຢູ່ຫວຽດນາມ ປີ 2022.

ໂດຍ: ທູຈາງ