ທີ່ການພົບປະ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ, ກະຊວງປ້ອງກັນປະເທດຫວຽດນາມ, ເປັນຕົ້ນແມ່ນທະຫານເຂດ, ກົມກອງຂອງກອງທັບທີ່ມີຊາຍແດນຕິດກັບລາວ ຍາມໃດກໍ່ໜູນຊ່ວຍລັດຖະບານ, ປະຊາຊົນລາວ ຢ່າງສຸດໃຈ ແລະພິເສດແມ່ນໃນໄລຍະທີ່ລາວ ປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

ສໍາລັບການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສອງລັດຖະມົນຕີ ໄດ້ເຫັນດີເປັນເອກະພາບໂດຍຖືວ່າໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນໃນການຮ່ວມມືລະຫວ່າງທະຫານເຂດ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ; ເພີ່ມທະວີການຮ່ວມມືໃນວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມ ແລະກໍ່ສ້າງພະນັກງານ...

ປີ 2022, ກະຊວງປ້ອງກັນປະເທດສອງປະເທດ ຈະມີການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ”. ສອງລັດຖະມົນຕີ ໄດ້ເຫັນດີເປັນເອກະພາບນຳກັນວ່າ ກອງທັບສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍການຮ່ວມມືທີ່ໄດ້ກຳນົດໄວ້ໃນແຜນຮ່າງສະເຫຼີມສະຫຼອງ ແລະແຜນການຮ່ວມມືປີ 2022 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງຮອບດ້ານ.

ທ່ານລັດຖະມົນຕີ ຟານວັນຢາງ ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາກົມກອງຂອງກອງທັບລາວ ໃນວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ກັບຄືນປະເທດ.

ໂດຍ: ເຈິ່ນຮວ່ຽນ