ມີຫຼາຍຂໍ້ລິເລີ່ມຮ່ວມມືໄດ້ຮັບການຜັນຂະຫຍາຍ

ພາຍຫຼັງຂໍ້ລິເລີ່ມສ້າງຕັ້ງ ADMM ໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ທີ່ໄດ້ຈັດຕັ້ງໃນເດືອນພະຈິກ 2004 ຢູ່ລາວ, ກອງປະຊຸມ ADMM  ຄັ້ງທີ 1 ໄດ້ຈັດຕັ້ງ ໃນເດືອນພຶດສະພາ 2006 ຢູ່ມາເລເຊຍ ປະສົບຜົນສໍາເລັດ. ນັບແຕ່ນັ້ນມາຮອດປັດຈຸບັນ, ADMM ໄດ້ກາຍເປັນການເຄື່ອນໄຫວປະຈໍາປີ ຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ.

ເປົ້າໝາຍຂອງ ADMM ແມ່ນຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ຜ່ານການເຈລະຈາ ແລະການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍົກອອກທິດທາງໃຫ້ແກ່ການເຈລະຈາ ແລະການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນອາຊຽນ ກໍຄືລະຫວ່າງອາຊຽນ ກັບຄູ່ຮ່ວມມືເຈລະຈາຕ່າງໆ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ຜ່ານການຊຸກຍູ້ຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນພາກພື້ນ ກໍຄືເພີ່ມທະວີຄວາມໂປ່ງໃສ ແລະຄວາມເປີດເຜີຍ; ປະກອບສ່ວນເຂົ້າໃນການສ້າງປະຊາຄົມໝັ້ນຄົງອາຊຽນ. ມາຮອດປັດຈຸບັນ, ADMM ໄດ້ຮັບການຈັດຕັ້ງ ເປັນ 15 ຄັ້ງແລ້ວ ໂດຍບັນດາປະເທດສະມາຊິກຜັດປ່ຽນກັນເປັນປະທານ.

ນັບແຕ່ເມື່ອ ADMM ໄດ້ຮັບການສ້າງຕັ້ງ, ການຮ່ວມມືດ້ານປ້ອງກັນຊາດໃນອາຊຽນ  ນັບມື້ນັບມີເນື້ອແທ້ໃນບັນດາຂົງເຂດ ຄື: ຄວາມໝັ້ນຄົງຢູ່ທະເລ, ຕ້ານການກໍ່ການຮ້າຍ, ບັນດາການເຄື່ອນໄຫວຮັກສາສັນຕິພາບ, ການໜູນຊ່ວຍມະນຸດສະທໍາ ແລະການກູ້ຊ່ວຍໄພພິບັດ, ເສນາຮັກ, ອຸດສາຫະກໍາປ້ອງກັນຊາດ. ໄດ້ມີຫຼາຍຂໍ້ລິເລີ່ມຮ່ວມມືໄດ້ຮັບການຜັນຂະຫຍາຍໃນຂອບເຂດ ADMM, ຄື: ຂອບເຂດໜູນຊ່ວຍພະລາທິການຂອງ ASEAN (LSF), ລາຍການພົບປະແລກປ່ຽນປ້ອງກັນຊາດ (ADIP), ການຮ່ວມມືອຸດສາຫະກໍາປ້ອງກັນຊາດອາຊຽນ (ADIC), ສູນການແພດອາຊຽນ (ACMM), ...

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ຮັບຮອງເອົາຖະແຫຼງການ Bandar Seri Begawan ທີ່ກອງປະຊຸມ ADMM-15 ທີ່ໄດ້ຈັດຕັ້ງຜ່ານລະບົບທາງໄກ ໃນວັນທີ 15 ມິຖຸນາ 2021. ພາບ: mindef.gov.bn

ຫວຽດນາມ ປະກອບສ່ວນສໍາຄັນເຂົ້າໃນການຮ່ວມມືດ້ານປ້ອງກັນຊາດ ຂອງອາຊຽນ

ໂດຍຮັບຮູ້ໄດ້ຄວາມສໍາຄັນດ້ານຍຸດທະສາດຂອງ ADMM ຕໍ່ໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມກົນໄກດັ່ງກ່າວ, ມີການປະກອບສ່ວນຕັ້ງໜ້າໃນການຊຸກຍູ້ວິວັດທະນາການພັດທະນາຂອງ ADMM ຕາມກົດບັດຂອງອາຊຽນ ແລະສະເໜີຫຼາຍຂໍ້ລິເລີ່ມ ແລະໄດ້ຮັບການຕີລາຄາສູງຈາກບັນດາປະເທດ, ປະກອບສ່ວນເຮັດໃຫ້ການຮ່ວມມືໃນ ADMM ນັບມື້ນັບມີເນື້ອແທ້, ມີປະສິດທິຜົນ ກໍ່ຄືຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອອາຊຽນ ພັດທະນາວັດທະນາຖາວອນ. ອາດເວົ້າເຖິງບັນດາຂໍ້ລິເລີ່ມ, ຄື: ຄໍາໝັ້ນສັນຍາບໍ່ນໍາໃຊ້ກຳລັງອາວຸດກ່ອນ ແລະເພີ່ມທະວີການຮ່ວມມືກູ້ໄພກູ້ຊີບຢູ່ທະເລ; ເພີ່ມທະວີການຮ່ວມມືທະຫານເຮືອໃນພາກພື້ນຜ່ານການລາດຕະເວນຮ່ວມ, ການພົບປະແລກປ່ຽນ, ສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງທະຫານເຮືອ ກໍ່ຄືລະຫວ່າງການນໍາປ້ອງກັນຊາດບັນດາປະເທດ...

ປີ 2010, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ADMM-4 ປະສົບຜົນສໍາເລັດ, ສິ່ງດັ່ງກ່າວຊ່ວຍຍູ້ແຮງ ແລະປະກອບສ່ວນອັນໃຫຍ່ຫຼວງ  ເຂົ້າໃນການສ້າງຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ກໍຄື ຈັດຕັ້ງກອງປະຊຸມ ADMM+ ຄັ້ງທີ 1 ປະສົບຜົນສໍາເລັດ. ຮອດປີ 2020, ຕາມຂໍ້ລິເລີ່ມ ແລະພາຍໃຕ້ການບໍລິຫານ ຂອງກະຊວງປ້ອງກັນປະເທດຫວຽດນາມ, ໃນເວລາພຽງຊັ້ນ, ກອງປະຊຸມ ADMM ວົງແຄບ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບຮ່ວມມືດ້ານປ້ອງກັນຊາດ ໃນການຮັບມືກັບໂລກລະບາດ, ສະແດງໃຫ້ເຫັນຄວາມຮັບຮູ້ລວມ, ຄວາມສາມາດໂຕ້ຕອບຢ່າງວ່ອງໄວ ແລະທັນທີຕໍ່ກັບໂລກລະບາດ ກໍ່ຕື ກໍາລັງຄວາມສາມາດ ສະໜິດຕິດພັນໃນການສົມທົບນະໂຍບາຍ ແລະການກະທໍາລະຫວ່າງບັນດາປະເທດອາຊຽນ.

ຖະແຫຼງການ ໄດ້ສ້າງພື້ນຖານເພື່ອໃຫ້ກອງທັບບັນດາປະເທດ ຍູ້ແຮງການຮ່ວມມືປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຜ່ານການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ໜູນຊ່ວຍວັດຖຸອຸປະກອນການແພດ, ຮ່ວມມືຄວບຄຸມການໄປມາຂ້າມຊາຍແດນ... ແລະຈັດຕັ້ງການຝຶກຊ້ອມແກ້ໄຂກໍລະນີກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກໍາລັງ ການແພດທະຫານອາຊຽນ ປະສົບຜົນສໍາເລັດ. ອາດສາມາດຢັ້ງຢືນວ່າ ດ້ວຍທິດນໍາ “ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ” ໃນການຮ່ວມມືອາຊຽນ, ໄລຍະຜ່ານມາ, ຫວຽດນາມ ໄດ້ມີການປະກອບສ່ວນສໍາຄັນເຂົ້າໃນການຮ່ວມມືດ້ານປ້ອງກັນຊາດ.

ໂດຍ: ທູຈາງ