leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານນາງ Anita Anand ລັດຖະມົນຕີກະຊວງປ້ອງກັນປະເທດການາດາ. ພາບ: qdnd.vn

ທີ່ການພົບປະ, ລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ການພົວພັນດ້ານປ້ອງກັນຊາດໃນປັດຈຸບັນພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ສອດຄ່ອງກັບບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນປີ 2019 ແລະແຜນການຮ່ວມມືດ້ານປ້ອງກັນຊາດ 3 ປີ ໄລຍະ 2021-2023, ໃນຂົງເຂດແລກປ່ຽນຄະນະຜູ້ແທນ, ການທາບທາມຄໍາເຫັນ-ການເຈລະຈາ, ການກໍ່ສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ, ຄວາມໝັ້ນຄົງຢູ່ທະເລ..., ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງແຕ່ລະປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃຫ້ບຸລິມະສິດການພົບປະຂັ້ນສູງ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ຄື: ການທາບທາມຄໍາເຫັນ-ການເຈລະຈາ, ການກໍ່ສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ...

ໂດຍ: ທູຈາງ