ທີ່ການພົບປະ, ລັດຖະມົນຕີສອງທ່ານ ຕີລາຄາຜົນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນບາງຂົງເຂດ, ຄື: ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເຈລະຈາ-ທາບທາມຄໍາເຫັນ; ການແລກປ່ຽນຄະນະຜູ້ແທນ, ຄວາມໝັ້ນຄົງຢູ່ທະເລ, ການກໍ່ສ້າງ, ຊອກຫາກູ້ໄພກູ້ຊີບ ແລະໜູນຊ່ວຍມະນຸດສະທໍາ, ການຮັກສາສັນຕິພາບ ສະຫະປະຊາຊາດ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ພາບ: qdnd.vn

ລັດຖະມົນຕີສອງທ່ານ ເຫັນດີເປັນເອກະສັນສືບຕໍ່ຊຸກຍູ້ການຮ່ວມມື ຕາມເນື້ອໃນໃນບົດບັນທຶກຊ່ວຍຈໍາວ່າດ້ວຍຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ  ທີ່ໄດ້ລົງນາມໃນປີ 2011 ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2015. ທ່ານພົນເອກ ຟານວັນຢາງ ຖືວ່າ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງຝ່າຍ ຈະຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງກໍາລັງໜູນເປີດອອກບັນດາຂົງເຂດຮ່ວມມືໃໝ່.

ໂດຍ: ທູຈາງ