ທີ່ການພົບປະສອງຝ່າຍກັບທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ, ທ່ານພົນເອກ ຟານວັນຢາງ ສະແດງຄວາມຊົມເຊີຍຕໍ່ເລື່ອງກະຊວງປ້ອງກັນປະເທດສິງກະໂປ ໄດ້ສົມທົບກັບສະຖາບັນຄົ້ນຄວ້າຍຸດທະສາດສາກົນ ຈັດຕັ້ງການເຈລະຈາ Shangri-La ແບບໂດຍກົງ, ພາຍຫຼັງ 2 ປີທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19.

leftcenterrightdel
ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn

ລັດຖະມົນຕີສອງທ່ານຕີລາຄາວ່າ ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້, ສາຍພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ-ສິງກະໂປ ສືບຕໍ່ພັດທະນາຢ່າງຈົບງາມ, ມີປະສິດທິຜົນໃນຫຼາຍຂົງເຂດ; ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບເພີ່ມຂຶ້ນ. ບົນພື້ນຖານສາຍພົວພັນອັນດີງາມລະຫວ່າງສອງປະເທດນັ້ນ, ການພົວພັນດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາກໍ່ໄດ້ຮັບການຊຸກຍູ້, ເຂົ້າສູ່ລວງເລິກຢ່າງແທດຈິງ.

ກ່ຽວກັບການຮ່ວມມືໃນຂອບເຂດຫຼາຍຝ່າຍ, ລັດຖະມົນຕີສອງທ່ານ  ໄດ້ແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ທີ່ຈະຈັດຕັ້ງຢູ່ພະນົມເປັນ, ກໍາປູເຈຍ ແລະບາງບັນຫາທີ່ໂລກ ແລະພາກພື້ນຕ່າງມີຄວາມສົນໃຈ.

ໂດຍ: ທູຈາງ