ໃນການພົບປະກ່ອນນັ້ນ (ໃນລະຫວ່າງວັນທີ 17-18 ເມສາ 2022),  ຕາງໜ້າຝ່າຍກໍາປູເຈຍ ມີທ່ານພົນເອກ Sao Sokha, ຮອງຜູ້ບັນຊາການສູງສຸດ, ຜູ້ບັນຊາການສາລະວັດທະຫານ, ກອງທັບລາດຊະວົງກໍາປູເຈຍ; ສ່ວນຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ ມີທ່ານພົນຈັດຕະວາ ຮວ່າງຮື້ວຈ໊ຽນ, ຮອງຜູ້ບັນຊາການ,  ຫົວໜ້າເສນາທິການທະຫານຊາຍແດນ; ທ່ານພັນເອກພິເສດ ຟ້າມແມ້ງຖັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບບາງເນື້ອໃນ, ເວລາປະຕິບັດລາຍການພົບປະແລກປ່ຽນ.

ເພື່ອໃຫ້ບັນດາການເຄື່ອນໄຫວດຳເນີນດ້ວຍຜົນສຳເລັດຢ່າງຈົບງາມ, ເຂດດ່ານສາກົນຮວາລື ພວມສ້ອມແປງບັນດາກິດຈະກຳຍ່ອຍ, ໃນນັ້ນມີບັນດາວຽກງານຕ້ອງໃຊ້ເວລາຫຼາຍ, ຄື: ສ້ອມແປງເສັ້ນທາງຕໍ່ໜ້າເຂດດ່ານສາກົນ; ເຮັດອະນາໄມຕົ້ນໄມ້, ໃບຫຍ້າ;  ບຸກເບີກໜ້າພຽງເພື່ອຮັບໃຊ້ໃຫ້ການເຄື່ອນໄຫວລາດຕະເວນຮ່ວມລະຫວ່າງສອງປະເທດ.

leftcenterrightdel
ຄະນະຄຸ້ມຄອງເຂດເສດຖະກິດດ່ານສາກົນຮວາລື ລະດົມລົດຂົນສົ່ງຖອກເທດິນຫຼາຍຮ້ອຍແມັດກ້ອນ ສ້າງໜ້າພຽງຢູ່ບ່ອນຈະດໍາເນີນການເຄື່ອນໄຫວລາດຕະເວນຮ່ວມລະຫວ່າງກໍາລັງປົກປັກຮັກສາຊາຍແດນຂອງຫວຽດນາມ ແລະກຳປູເຈຍ. ພາບ: ເລວັນເຈືອງ.
leftcenterrightdel
ກຳມະກອນທາສີບັນດາກະຖາງດອກໄມ້ຢູ່ເຂດດ່ານສາກົນຮວາລື. ພາບ: ເລວັນເຈືອງ.
leftcenterrightdel
ທະຫານຊາຍແດນແຂວງບິ່ງເຟືອກ ເພີ່ມຈຳນວນນັກຮົບຕື່ມອີກ 50 ຄົນເພື່ອເຮັດອະນາໄມເຂດຄ້າຍທະຫານ ແລະສະຖານທີ່ຈະດໍາເນີນເຫດການ. ໃນຮູບພາບ: ບັນດານັກຮົບເຮັດອະນາໄມຄ້າຍທະຫານ. ພາບ: ເລວັນເຈືອງ.
leftcenterrightdel
 
leftcenterrightdel
ຂອບເຂດຄ້າຍທະຫານຊາຍແດນດ່ານສາກົນຮວາລື ໄດ້ທາສີ, ສ້ອມແປງຄືນໃໝ່. ພາບ: ເລວັນເຈືອງ.

ໂດຍ: ເຈິ່ນຮວ່ຽນ