ກ່າວຄຳເຫັນທີ່ການເຈລະຈາ, ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງປະທານປະເທດຫວຽດນາມ ແລະໝາກຜົນການເຈລະຈາ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງອັນດີງາມ, ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະກອງທັບສອງປະເທດກວ່າອີກ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະໂລກ.

ຕີລາຄາກ່ຽວກັບການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ລັດຖະມົນຕີສອງທ່ານຢັ້ງຢືນວ່າ ເຖິງວ່າພະຍາດໂຄວິດ-19 ຜັນແປສັບສົນກໍ່ຕາມ ແຕ່ວ່າບົນພື້ນຖານແຜນການຮ່ວມມື ປີ 2021 ລະຫວ່າງສອງກະຊວງປ້ອງກັນປະເທດ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ.

leftcenterrightdel
ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກກຳປູເຈຍ Tea Banh. ພາບ: ສຳນັກຂ່າວສານຫວຽດນາມ.

ປີີ 2022 ແມ່ນປີທີ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງໃນການພົວພັນສອງປະເທດ, ດ້ວຍບັນດາເຫດການໃຫຍ່, ຄື: ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (24-6-1967 / 24-6-2022), ແມ່ນ “ປີມິດຕະພາບຫວຽດນາມ-ກຳປູເຈຍ”; ທັງແມ່ນປີສະເຫຼີມສະຫຼອງ 45 ປີ “ເສັ້ນທາງມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot” ຂອງນາຍົກລັດຖະມົນຕີ Hun Sen (20-6-1977 / 20-6-2022). ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວ, ເຫດການການທູດສຳຄັນໃນ ປີ 2022 ໃຫ້ເປັນຢ່າງດີ, ພ້ອມທັງສຸມໃສ່ບາງທິດທາງໃຫຍ່, ຄື: ເພີ່ມທະວີການແລກປ່ຽນບັນດາບັນຫາຍຸດທະສາດ, ຮັກສາການພົບປະ, ພົບປະຂັ້ນສູງ ແລະບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທະຫານເຂດ, ທະຫານຊາຍແດນ, ກຳລັງຄຸ້ມຄອງ ແລະປ້ອງກັນຊາຍແດນຂອງສອງປະເທດ ເພື່ອຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ...

leftcenterrightdel
ລັດຖະມົນຕີ ຟານວັນຢາງ ແລະລັດຖະມົນຕີ Tea Banh ມອບຂອງຂວັນທີ່ລະນຶກ. ພາບ: ສຳນັກຂ່າວສານຫວຽດນາມ.

ອວຍພອນກຳປູເຈຍ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2022, ທ່ານລັດຖະມົນຕີ ຟານວັນຢາງ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ Tea Banh ແລະການສະໜັບສະໜູນຂອງບັນດາປະເທດສະມາຊິກ, ໃນນັ້ນມີຫວຽດນາມ, ກະຊວງປ້ອງກັນປະເທດກຳປູເຈຍ ຈະເປັນປະທານກອງປະຊຸມປ້ອງກັນຊາດຕ່າງໆໃນຂອບເຂດອາຊຽນ ປະສົບຜົນສຳເລັດ, ປະກອບສ່ວນຮັກສາທ່າຮ່ວມມື ແລະຜົນປະໂຫຍດລວມຂອງອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໂລກ.

ໂດຍ: ແສງເດືອນ